ຍົກລະດັບຄວາມຮູ້ການຕ້ານອາຊະຍາກຳທີ່ມີການຈັດຕັ້ງ ແລະ ການຟອກເງິນໃຫ້ພະນັກງານປະຕິບັດກົດໝາຍ
ອົງການໄອຍະການປະຊາຊົນສູງສຸດຮ່ວມກັບສະຖາບັນຊ່ວຍເຫລືອດ້ານກົດໝາຍ ແລະ ວິຊາການ (ILSTA), ໄດ້ຈັດຝຶກອົບຮົມກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງ ແລະ ຕ້ານການຟອກເງິນ, ໂດຍລົງເລິກວຽກງານຕ້ານການຄ້າມະນຸດ, ການລັກລອບນຳຄົນເຂົ້າ-ອອກເມືອງ ແລະ ຕ້ານການສໍ້ລາດບັງຫລວງ ໃຫ້ແກ່ພະນັກງານບັງຄັບໃຊ້ກົດໝາຍ ເປັນຕົ້ນ: ອົງການໄອຍະການແຂວງ ແລະ ເຈົ້າໜ້າທີ່ຕຳຫລວດຈາກ 4 ແຂວງພາກກາງຄື: ນະຄອນຫລວງວຽງຈັນ, ແຂວງວຽງຈັນ,…










