ສາລະເບົາໆເລົ່າສູ່ກັນຟັງ ເລື່ອງຄໍາສອນຂອງຂົງຈື່
ສໍາລັບຄໍາສອນຂອງຂົງຈື່ນັ້ນ ມີຈໍານວນຫຼວງຫຼາຍ ເນື້ອໃນຄວບຄຸມທັງດ້ານການສຶກສາ, ການພັດທະນາຕົນເອງ, ການເຂົ້າສັງຄົມ, ການເມືອງ, ການຄົບໝູ່ເພື່ອນ, ຄຸນນະທໍາ ແລະ ຄວາມກະຕັນຍູ ໃນນີ້ຈະຂໍເວົ້າບາງສ່ວນເທົ່ານັ້ນ. ສຸພາບຊົນຄວນມີຄວາມຮູ້ກວ້າງຂວາງຫຼາຍດ້ານ. ຈົ່ງຂະຫຍັນຮຽນຮູ້ຢ່າງບໍ່ຮູ້ຈັກພຽງພໍ ແລະ ສັ່ງສອນຄົນອື່ນຢ່າງບໍ່ຮູ້ຈັກອິດເມື່ອຍ. ຫາກຮຽນໜັງສື ແຕ່ບໍ່ຮູ້ຈັກໃຊ້ສະໝອງຄິດພິຈາລະນາກໍຈະພົບກັບຄວາມສັບສົນ, ຫາກມົວແຕ່ເຝີ້ຝັນແຕ່ບໍ່ຮູ້ຈັກຫາຄວາມຮູ້ໃສ່ໂຕ ກໍຈະຢູ່ແຕ່ໃນວັງວົນແຫ່ງຄວາມຄິດອັນຕະລາຍ. ຫາກຕອນເຊົ້າໄດ້ຮູ້ແຈ້ງເຖິງສັດຈະທໍາແລ້ວ…