5 ວິທີສອນລູກບໍ່ໃຫ້ເປັນເດັກເອົາແຕ່ໃຈ
ເດັກນ້ອຍທຸກຄົນຍາກເປັນທີ່ຮັກທີ່ສຸດຂອງພໍ່ແມ່ ແລະ ມັກຈະມີການຮຽກຮ້ອງຄວາມສົນໃຈໃນແບບຂອງຕົນເອງ ແຕ່ຖ້າຫາກຮຽກຮ້ອງຄວາມສົນໃຈນັ້ນ ເຮັດໄປໃນທາງທີ່ບໍ່ເໝາະສົມ ຫຼື ຫຼາຍເກີນໄປ ກໍອາດເຮັດໃຫ້ລູກເປັນຄົນທີ່ເອົາແຕ່ໃຈໄດ້ ແລ້ວຈະເຮັດແນວໃດດີ ເມື່ອລູກເລີ່ມມີອາການເອົາແຕ່ໃຈ? ສັງເກດພຶດຕິກໍາລູກວ່າເປັນຫຍັງເຖິງມີອາການເອົາແຕ່ໃຈ: ເພາະພໍ່ແມ່ນັ້ນ ຖືໄດ້ວ່າເປັນສູນກາງຂອງລູກ ບໍ່ວ່າຈະເປັນເລື່ອງເລັກນ້ອຍພຽງໃດ ພໍ່ແມ່ກໍຕ້ອງໃສ່ໃຈລູກ ເຊັ່ນ: ພໍ່ແມ່ໃຫ້ຄວາມສົນໃຈນ້ອງຫຼາຍກວ່າ ອາດເຮັດໃຫ້ລູກຮູ້ສຶກວ່າຈະສູນເສຍພໍ່ແມ່ໄປ ລູກຈຶ່ງຕ້ອງພະຍາຍາມເຮັດທຸກຢ່າງເພື່ອໃຫ້ພໍ່ແມ່ສົນໃຈນັ້ນເອງ. ເມື່ອຮູ້ເຫດຜົນຂອງອາການເອົາແຕ່ໃຈຂອງລູກ…