ເຈົ້າໜ້າທີ່ກວດກາການຄ້າ ລົງກວດກາສິນຄ້າປອມແປງ, ເສື່ອມຄຸນນະພາບ, ຫມົດອາຍຸ ໄລຍະເທສະການຕ້ອນຮັບປີໃໝ່ 2025
ວັນທີ 26 ທັນວາ 2024 ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ ລົງກວດກາສິນຄ້າປອມແປງ, ເສື່ອມຄຸນພາບ, ຫມົດອາຍຸ ເພຶ່ອຫລີກລ້ຽງ ບໍ່ໃຫ້ຫົວໜ່ວຍຜູ້ປະກອບການສວຍໂອກາດນຳເອົາມາຫໍ່ເປັນກະຕ່າຍຂອງຂວັນເພື່ອຈຳໜ່າຍໃນຊ່ວງເທສະການສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2025. ພ້ອມທັງຮຽກຮ້ອງເຖິງຜູ້ປະກອບການໃຫ້ມີຈັນຍາບັນໃນການປະກອບກິດຈະການໂດຍແນ່ໃສ່ຄວາມປອດໄພຂອງຜູ້ບໍລິໂພກ ແລະ ບໍ່ສວຍໃຊ້ໂອກາດເອົາປຽບຜູ້ບໍລິໂພສ. ທີ່ມາ: ພະແນກອຸດສາຫະກໍາແລະການຄ້າແຂງເຊກອງ