ບຸນນະມັດສະການ ຜາສາດຫີນ ວັດພູຈໍາປາສັກ ຈະຈັດຂຶ້ນວັນທີ 10-12 ກຸມພາ 2025

ວັນທີ 3 ກຸມພາ 2025 ນີ້, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ບຸນນະມັດສະການຜາສາດຫີນ ວັດພູຈໍາປາສັກປີນີ້ຈະຈັດຂຶ້ນໃນວັນທີ 10-12 ກຸມພາ 2025, ພາຍໃນງານຈະມີຫລາຍກິດຈະກໍາທີ່ໜ້າທ່ຽວຊົມ ເພື່ອສ້າງຄວາມປະທັບໃຈ ແລະ ຄວາມເບີກບານມ່ວນຊື່ນ ໃຫ້ແກ່ນັກທ່ອງທ່ຽວທີ່ມາຮ່ວມງານ….

ປກສ ແຂວງບໍ່ແກ້ວ ກວດຍຶດຢາບ້າ 4,400,000 ເມັດ ແລະ ລົດກະບະລີໂວ 1 ຄັນ

ປກສ ແຂວງບໍ່ແກ້ວ ລາຍງານວ່າ: ວັນທີ 30 ມັງກອນ 2025, ເວລາປະມານ 10 ໂມງ 00 ນາທີ, ໃນຂະນະທີ່ ເຈົ້າໜ້າທີ່ກອງຫລອນບ້ານພິບູນທອງ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ພວມປະຕິບັດ ໜ້າທີ່ ໄດ້ພົບເຫັນ ຊາຍ…

ສະຖານທີ່ທ່ອງທ່ຽວສຳຄັນ ສ.ເກົາຫລີ ຖືກໄຟໄໝ້

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະຖານທີ່ໂດ່ງດັງ ຢູ່ ສ.ເກົາຫລີ ເຊິ່ງເປັນຈຸດຖ່າຍຮູບຍອດນິຍົມຂອງນັກເດີນປ່າ, ຄອບຄົວ ແລະ ຄູ່ຮັກນັກທ່ອງທ່ຽວ ຖືກໄຟໄໝ້ໝົດທັງຫລັງ. ໄຟໄໝ້ສາລາ ເວລາ 00:20 ນາທີ ຂອງວັນທີ  2 ກຸມພາ 2025, ສາລາແປດຫລຽມຊັງເຈຮູ (Sangjaeru) ຕັ້ງຢູ່…

ແຂວງບໍລິຄຳໄຊ ຈັບຜູ້ຕ້ອງຫາຄະດີຢາເສບຕິດ 8 ຄົນ ຢຶດກາງ ຢາບ້າ 194,000 ເມັດ ພ້ອມເຄື່ອງຈັກ ແລະ ອຸປະກອນຜະລິດ

ປກສ ແຂວງບໍລິຄໍາໄຊ ລາຍງານວ່າ: ເວລາປະມານ 17: 00 ໂມງ ວັນທີ 21 ມັງກອນ 2025 ໄດ້ຕິດຕາມ ແລະ ປະສານສົມທົບກັບເຈົ້າໜ້າທີ່ປະຈຳຈຸດກວດກາ ບ້ານທວາຍ, ເມືອງທ່າພະບາດ ແຂວງບໍລິຄຳໄຊ ສະກັດ ກຸ່ມເປົ້າໝາຍຕ້ອງສົງໄສ ລົດເກັງ…

ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງເຖິງນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ

ຕອນເຊົ້າຂອງວັນທີ 21 ມັງກອນ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງເຖິງນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ເພື່ອດໍາເນີນການຢ້ຽມຢາມເຮັດວຽກທາງການ ວັນທີ 21-23 ມັງກອນ…

ຮອງລັດຖະມົນຕີ ລົງຊີ້ນຳໂຄງການເຂື່ອນໄຟຟ້ານໍ້າຕົກ ນໍ້າທາ 3 ໃຫ້ກັບມານຳໃຊ້ເປັນປົກກະຕິໂດຍໄວ ແລະ ຮັບປະກັນການສະໜອງນໍ້າໃຫ້ຊົນລະປະທານ

ວັນທີ 14 ມັງກອນ 2025, ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະສະເພາະກິດ 118 ລວມມີຜູ້ຕາງໜ້າຈາກຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງໂຍທາທິການ ແລະ…

ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2024 ເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 11 ຫົວຂໍ້ສຳຄັນ

ວັນທີ 6 ມັງກອນ 2025 ທີ່ຫໍປະຊຸມແຫ່ງຊາດ ລັດຖະບານ ໄດ້ໄຂກອງປະຊຸມເປີດກວ້າງ ຄັ້ງທີ II ປີ 2024 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດ ຖະມົນຕີ, ສະມາຊິກລັດຖະບານ, ບັນດາທ່ານ…

ຫລວງພະບາງ ກວດກາ ແລະ ແກ້ໄຂບັນຫາສິ່ງກີດຂວາງ ພ້ອມເຮັດບົດບັນທຶກກັບຜູ້ປະກອບການ

ໜັງສືພິມຫລວງພະບາງ ລາຍງານວ່າ: ວັນທີ 30 ທັນວາ 2024 ນີ້ ທ່ານ ດາວວັນ ສີລິວົງ ຫົວໜ້າຄຸ້ມຄອງ ແລະ ບໍລິຫານຕົວເມືອງນະຄອນ-ລວງພະບາງ ພ້ອມດ້ວຍຄະນະສະເພາະກິດ-ນະຄອນຫຼວງພະບາງ ໄດ້ລົງກວດກາແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ຮື້ຖອນສິ່ງກີດຂວາງຕາມເສັ້ນທາງຍ່າງ ແຄມນ້ຳຄານ ແລະ ແຄມນ້ຳຂອງ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!