ໂດຍ: ຜາຕຸງ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໄດ້ຄົ້ນຄວ້າພິຈາລະນາຫຼາຍບັນຫາທີ່ພົວພັນເຖິງຜົນໄດ້ຜົນເສຍຂອງປະເທດຊາດບ້ານເມືອງ ພົວພັນເຖິງການດຳລົງຊີວິດຂອງປະຊາຊົນຢ່າງແທ້ຈິງ ເປັນຕົ້ນທີ່ພວກເຮົາເຫັນແລະຮັບຮູ້ໄດ້ນັ້ນແມ່ນການຄົ້ນຄວ້າພິຈາລະນາເຖິງເສດຖະກິດຂອງປະເທດ, ແຜນການພັດທະນາໃນຕໍ່ໜ້າເພື່ອນຳເອົາປະເທດຊາດໃຫ້ຜ່ານພົ້ນບັນຫາຕ່າງໆໄປໄດ້ດ້ວຍດີ ຮັບປະກັນເຖິງການດຳລົງຊີວິດຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນກວ່າທີ່ເປັນຢູ່ໃນປັດຈຸບັນ. ສະພາແຫ່ງຊາດໄດ້ພິຈາລະນາຄົ້ນຄວ້າ ສ້າງຮ່າງກົດໝາຍດ້ານຕ່າງໆອອກມາຫຼາຍສະບັບເພື່ອສ້າງເປັນເຄື່ອງມືໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ໃຫ້ມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ, ເປັນລັດທີ່ປົກຄອງດ້ວຍກົດໝາຍ ນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນ ຊຶ່ງໜຶ່ງໃນບັນດາຮ່າງກົດໝາຍທີ່ສ້າງອອກມາໃໝ່ ແມ່ນຮ່າງ…