ໄຟອຳນາດ ໝົດອຳນາດ ບັນຫາພື້ນຖານຂອງການຈະລາຈອນໃນຕົວເມືອງ
ໂດຍ: ຜາຕຸງ 18.10.25 ໄຟອຳນາດ ຫຼື ທີ່ຮູ້ຈັກກັນໃນນາມ “ໄຟແດງ” ຕາມທາງສາມແຍກສີ່ແຍກໃນຕົວເມືອງແມ່ນສັນຍາລັກແຫ່ງອຳນາດໃນການຮັກສາລະບຽບການສັນຈອນທາງບົກໃຫ້ມີຄວາມເປັນລະບຽບ ປອດໄພແກ່ຜູ້ໃຊ້ລົດໃຊ້ຖະໜົນ ແຕ່ໃນເມື່ອເວລາໃດກໍຕາມຫາກ ໄຟແດງ ອ່ອນລົງ ຫຼື ໝົດແສງສະຫວ່າງໃນຕົວແລ້ວກໍໝາຍເຖິງສັກສີແຫ່ງອຳນາດທີ່ສັ່ງໄດ້ເດັດຂາດນັ້ນກໍ ອ່ອນລົງ ແລະ ໃນທີ່ສຸດກໍຈະໝົດອຳນາດໄປໃນຕົວ ຜູ້ຄົນທີ່ສັນຈອນໄປມາຜ່ານ ສາມແຍກ ສີ່ແຍກນັ້ນກໍຈະບໍ່ເປັນລະບຽບ…







