ເທີແມນ ຊະນະຄະແນນ ກາເຊຍ ໄດ້ແຊ໊ມມາອີກເສັ້ນຫນຶ່ງ
ຄີສ ເທີແມນ ນັກມວຍຊາວ ອາເມຣິກາ ເຈົ້າຂອງແຊ໊ມໂລກ ຮຸ່ນ ເວລເທີເວດ ຂອງ ສະມາຄົມ ມວຍໂລກ ຫລື ດັບເບິລຢູບີເອ ສາມາດຍາດສາຍແອວແຊ໊ມ ໂລກຮຸ່ນດຽວກັນຂອງສະພາ ມວຍໂລກ ຫລື ດັບເບິລຢູບີຊີ ມາ ຄອງໄດ້ອີກເສັ້ນ ຫລັງເອົາຊະນະ…
ຄີສ ເທີແມນ ນັກມວຍຊາວ ອາເມຣິກາ ເຈົ້າຂອງແຊ໊ມໂລກ ຮຸ່ນ ເວລເທີເວດ ຂອງ ສະມາຄົມ ມວຍໂລກ ຫລື ດັບເບິລຢູບີເອ ສາມາດຍາດສາຍແອວແຊ໊ມ ໂລກຮຸ່ນດຽວກັນຂອງສະພາ ມວຍໂລກ ຫລື ດັບເບິລຢູບີຊີ ມາ ຄອງໄດ້ອີກເສັ້ນ ຫລັງເອົາຊະນະ…
ເພື່ອເປັນການຂ່ຳນັບຮັບຕ້ອນວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 107 ປີ ທີ່ຈະມາເຖິງໃນມໍ່ໆນີ້, ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບສະຫະພັນແມ່ຍິງບັນດາກະຊວງອ້ອມຂ້າງ, ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບຄອບຄົວຄັ້ງທີ 2, ຂຶ້ນທີ່ເດີ່ນພະທາດຫລວງ, ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານນາງ ອິນລາວັນ…
ໜ່ວຍເຝົ້າລະວັງພະຍາດ, ກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ເມື່ອທ້າຍອາທິດຜ່ານມາວ່າ: ເຖິງວ່າປັດຈຸບັນເປັນໄລຍະສະພາບອາກາດໜາວ, ແຕ່ການລະບາດຂອງເຊື້ອໄຂ້ເລືອດອອກ (ໄຂ້ຍຸງ) ຢູ່ຫລາຍແຂວງຍັງມີແນວໂນ້ມເພີ່ມຂື້ນ, ໂດຍສະເພາະນະຄອນຫຼວງວຽງຈັນ ແລະ ແຂວງພາກໃຕ້, ຊຶ່ງນັບແຕ່ປີໃໝ່ມານີ້ທົ່ວປະເທດມີຍອດຜູ້ຕິດເຊື້ອແລ້ວຫຼາຍກວ່າ 400 ກໍລະນີ, ແຕ່ໂຊກດີບໍ່ມີຜູ້ເສຍຊີວິດຈາກພະຍາດດັ່ງກ່າວ, ແນວໃດກໍຕາມ, ນີ້ຖືເປັນສັນຍານເຕືອນໃຫ້ເຫັນວ່າແມ່ນມີການລະບາດແຕ່ຫົວທີຂອງເຊື້ອພະຍາດດັ່ງກ່າວ. ໜ່ວຍເຝົ້າລະວັງ ໃຫ້ຮູ້ວ່າ: ສໍາລັບຢູ່ນະຄອນຫຼວງວຽງຈັນມີຈຳນວນຜູ້ຕົວເຊື້ອແລ້ວຫລາຍກວ່າ 120…
ບໍ່ແນ່ໃຈວ່າຫລາຍຄົນໄດ້ອ່ານບົດຄວາມເລື່ອງອົງການຕ່າງປະເທດຕີລາຄາຄວາມສາມາດໃນການໃຊ້ພາສາອັງກິດຢູ່ 72 ປະເທດໃນທົ່ວໂລກແລ້ວ ຫລື ບໍ່ ? ຖ້າຍັງໃຫ້ຊອກອ່ານໄດ້ໃນ “ຜູ້ແທນປະຊາຊົນ”, ໜັງສືພິມລາຍສອງຄັ້ງຕໍ່ອາທິດຂອງສະພາແຫ່ງຊາດ ສະບັບວັນທີ 13-15/02/2017 ໃນບົດໃສ່ຊື່ວ່າ “ດັດສະນີຄວາມສາມາດດ້ານພາສາອັງກິດ: ລາວຈະຟ້າວແລ່ນ ຫລື ຈະຢືນກັ້ງໂກບ” ຂຽນ ໂດຍ ຕ້ອມ ໄຊສົງຄາມ. ອ່ານບົດນີ້ແລ້ວ ໝາກຫົວໃຈຂອງຈານແຫຍ່ຫລົ່ນລົງໄປຢູ່ສົ້ນນ່ອງຈົນ ຫາຍໃຈເກືອບບໍ່ທົ່ວທ້ອງ ເພາະໃນຈຳນວນ 72 ປະເທດທີ່ເຂົາສຳຫລວດນັ້ນ…
ທ່ານພັນໂທ ຄຳເຫລັກ ໄຊຍະສິດ ຮອງຫົວໜ້າກົມຕຳຫລວດຈະລາຈອນ ກົມໃຫຍ່ຕຳ ຫລວດກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ຮູ້ພາຍຫລັງສໍາເລັດກອງປະຊຸມຕີລາຄາການນໍາໃຊ້ແສງ, ສີ ແລະ ສຽງຫວໍຂອງບັນດາລົດທີ່ມີອະພິສິດ, ໂດຍສະເພາະແມ່ນລົດໂຮງໝໍ, ລົດໜ່ວຍກູ້ໄພ ເມື່ອທ້າຍອາທິດຜ່ານມານີ້ວ່າ: ກອງປະຊຸມໄດ້ເປັນເອກະພາບກໍານົດໃຫ້ລົດໜ່ວຍກູ້ໄພຈໍານວນ 7 ພາກສ່ວນຫ້າມນຳໃຊ້ສຽງຫວໍລົດຂອງພາກສ່ວນອື່ນຢ່າງເດັດຂາດ, ຕ້ອງນຳໃຊ້ສຽງຫວໍຄືລົດນຳສົ່ງຄົນເຈັບຂອງໂຮງໝໍເທົ່ານັ້ນ ແລະ ຫ້າມເປີດສຽງຫວໍຕະຫລອດ 24 ຊົ່ວໂມງ, ໃຫ້ປິດສຽງຫວໍແຕ່ 18:00-6:00 ໂມງ (ກໍລະນີສຸກເສີນຮ້າຍແຮງແມ່ນອະນຸຍາດໃຫ້ເປີດ…
ປັດຈຸບັນປະກົດວ່າຕົ້ນໄມ້ທີ່ປູກປະດັບປະດາຕາມຄູກາງທາງ ຫລື ຂອບທາງບາງເສັ້ນທາງໃນຕົວເມືອງແມ່ນມີສະພາບພວມຊຸດໂຊມຮ່ຽວແຫ້ງຕາຍຢືນຕົ້ນຍ້ອນຂາດການເອົາໃຈໃສ່ບົວລະບັດຮັກສາຢ່າງເໜາະສົມ. ໃນແຕ່ລະປີ, ລັດຖະບານໄດ້ລົງທຶນຈຳນວນຫລາຍບໍ່ວ່າຈາກງົບປະມານຂອງລັດ ຫລື ເງິນກູ້ຢືມຈາກສາກົນ ເພື່ອນຳໃຊ້ເຂົ້າໃນການກໍ່ສ້າງໂຄງລ່າງພື້ນຖານ ເພື່ອອໍານວຍໃຫ້ແກ່ການສັນຈອນໄປມາ, ຂົນສົ່ງສີນຄ້າ ແລະ ຜະລິດຕະພັນ ຕ່າງໆຂອງປະຊາຊົນ ເພື່ອພັດທະນາເສດຖະກິດຂອງຄອບຄົວໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ອີກດ້ານໜຶ່ງກໍສ້າງໃຫ້ຕົວເມືອງມີຄວາມສະອາດຈົບງາມ ແລະ ໜ້າຢູ່. ເຖິງຢ່າງໃດກໍຕາມ, ຍັງມີຖະໜົນຫລາຍສາຍ, ຊຶ່ງພາຍຫຼັງສຳເລັດການກໍ່ສ້າງແລ້ວກໍບໍ່ໄດ້ຮັບການເອົາໃຈໃສ່ປົກປັກຮັກສາດີເທົ່າທີ່ຄວນ, ດັ່ງເສັ້ນທາງ 450 ທີ່ສະທ້ອນໃຫ້ເຫັນເຖິງການຂາດການບົວລະບັບຮັກສາຊັບສິນຂອງລັດ, ໂດຍສະເພາະປະປ່ອຍໃຫ້ຫຍ້າເກີດຂຶ້ນສູງຮົກເຮື້ອຕາມຄູກາງຈົນບໍ່ສາມາດແນມເຫັນລົດແລນໃນເລັນອີກເບືອງໜຶ່ງໄດ້. ຍິ່ງໄປກ່ວານັ້ນເມື່ອບໍ່ດົນມານີ້ໄດ້ເກີດມີສະພາບໄຟໃໝ້ຫຍ້າບາງຈຸດຂອງຄູກາງທາງດັ່ງກ່າວ, ເຮັດໃຫ້ຕົ້ນຈໍາປາທີ່ປູກຄູໃນບໍລິເວນດຽວກັນຖືກໄຟໃໝ້, ຊຶ່ງຕົ້ນຈໍາປາດັ່ງກ່າວແມ່ນໃຊ້ງົບປະມານລັດ ລົງທຶນຊື້ມາປູກໃສ່ເພື່ອປະດັບປະດາເອ້ຢ້ອງໃຫ້ເສັ້ນທາງດັ່ງກ່າວສວຍງາມ, ແຕ່ຕ້ອງຖືກຮ່ຽວແຫ້ງຕາຍຢ່າງໄຮ້ຄຸນຄ່າ….
ໃນໂອກາດໂອ້ລົມຕໍ່ກອງວຽກງານສາທາລະນະສຸກທົ່ວປະເທດປະຈໍາປີ 2016 ຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໃນວັນທີ 28 ກຸມພານີ້, ທ່ານໄດ້ເນັ້ນໃຫ້ຄະນະພັກ, ຄະນະນໍາຂະແໜງສາທາລະນະສຸກທຸກຂັ້ນນັບແຕ່ສູນກາງຮອດທ້ອງຖິ່ນເພີ່ມທະວີຄວາມເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງແນວຄິດຂອງສະມາຊິກພັກ, ພະນັກງານຂອງບັນດາແພດໝໍໃຫ້ມີຈັນຍາທຳ, ຈັນຍາບັນໃນການບໍລິການຮັບໃຊ້ປະຊາຊົນໃຫ້ດີ, ວ່ອງໄວ, ບໍ່ເຫັນແກ່ປະໂຫຍດ ແລະ ຕ້ອງບໍລິການດ້ວຍນ້ຳໃຈແທ້ຈິງ, ໄລຍະຜ່ານມາເຫັນວ່າໄດ້ມີສຽງວິຈາກປະຊາຊົນກໍຄືສັງຄົມບໍ່ໜ້ອຍຕໍ່ຂອດບໍລິການຂອງແພດໝໍລາວຈໍານວນໜຶ່ງທີ່ຍັງບໍ່ເອົາໃຈໃສ່ເບິ່ງແຍງກວດສຸຂະ ພາບຂອງຄົນເຈັບດີເທົ່າທີ່ຄວນ, ແພດໝໍບາງຄົນການເວົ້າຈາກັບຄົນເຈັບ ຫລື ຍາດພີ່ນ້ອງຄົນເຈັບກໍ ບໍ່ສຸພາບອ່ອນໂຍນ, ບາງຄົນເຫັນຄົນເຈັບມີຖານະທຸກຍາກກໍບໍ່ຢາກເອົາໃຈໃສ່ເບິ່ງແຍງປິ່ນປົວ, ຊຶ່ງບັນຫານີ້ຕ້ອງໄດ້ຮີບຮ້ອນແກ້ໄຂໂດຍໄວ. ຄຽງຄູ່ກັນນີ້ຕ້ອງປະກອບສ່ວນຢ່າງຕັ້ງໜ້າໃນພາລະ ກິດລວມການແກ້ໄຂຄວາມທຸກຍາກຂອງປະຊາຊົນດ້ານວຽກງານສາທາລະນະສຸກໃຫ້ທົ່ວເຖິງລົງສູ່ເຂດຫ່າງໄກສອກຫລີກ ເພື່ອເລັ່ງແກ້ໄຂບັນດາເປົ້າໝາຍສະຫັດສະວັດດ້ານການພັດທະນາໂຕທີ່ຍັງບໍ່ທັນບັນລຸ ເປັນຕົ້ນ: ດ້ານໂພສະນາການ ແລະ…
ວັນທີ 1 ເມສານີ້, ຄະນະອາສາສະໝັກກ ທະນາຄານຮ່ວມທຸລະກິດລາວ-ຫວຽດ (Lao-VietBank) ແລະ ສະໂມສອນລາວ Off Road ໄດ້ນຳເອົາເຄື່ອງຊ່ວຍເຫລືອຈຳນວນໜຶ່ງ ປະກອບມີ: ເຄື່ອງນຸ່ງຫົ່ມ, ອຸປະກອນການສຶກສາ, ນ້ຳດື່ມ ແລະ ເຄື່ອງໃຊ້ໃນຊີວິດປະຈຳວັນ ມອບໃຫ້ໂຮງຮຽນ ແລະ ປະຊາຊົນຜູ້ທຸກຍາກຂາດເຂີນຢູ່ບ້ານນາຂວາງ…
ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ປັດຈຸບັນ, ການຜະລິດກະສິກໍາໃນປະເທດເຮົາ, ຍັງອາໃສການນໍາໃຊ້ສານເຄມີເຂົ້າຊ່ວຍຢ່າງແຜ່ຫລາຍ, ບໍ່ວ່າຈະເປັນການປູກພືດ ແລະ ການລ້ຽງສັດ, ແຕ່ໂຕທີ່ຮ້າຍ ແຮງນັ້ນແມ່ນການໃຊ້ສານເຄມີອັນຕະລາຍຊະຊາຍ ແລະ ນໍາໃຊ້ເກີນຂະໜາດ, ຊຶ່ງບັນຫາດັ່ງກ່າວໜ່ວຍງານກ່ຽວຂ້ອງໄດ້ພົບຫລາຍໃນໂຄງການປູກກ້ວຍ, ຟາມລ້ຽງໄກ່, ລ້ຽງໝູ່ ແລະ ການລ້ຽງປາກະຊັງຂອງນັກລົງທຶນຕ່າງປະເທດຈຳນວນໜຶ່ງຢູ່ນະຄອນຫລວງວຽງຈັນ, ແຂວງອຸດົມໄຊ,…
ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ຂອງແຕ່ລະຂະແໜງການດ້ວຍຄວາມຮັບພິຊອບສູງ, ໂດຍສະເພາະສືບຕໍ່ເອົາໃຈໃສ່ວຽກງານຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເປັນຕົ້ນ: ຕິດຕາມ ແລະ ສະກັດກັ້ນບັນດາໜໍ່ແໜງທີ່ເປັນຄວາມສ່ຽງ ແລະ ຫຼໍ່ແຫຼມກໍ່ໃຫ້ເກີດປະກົດການທີ່ບໍ່ດີໃນສັງຄົມ ເຊັ່ນ: ການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ບັນຫາຢາເສບຕິດ, ການສວຍໃຊ້ສື່ສັງຄົມອອນລາຍເພື່ອປັ່ນປ່ວນສັງຄົມ, ທັບຖົມໂຈມຕີ ແລະ ແບ່ງແຍກຄວາມສາມັກຄີລະຫວ່າງພັກ, ລັດຖະບານ ແລະ ປະຊາ ຊົນລັດຖະບານ, ລວມເຖິງ ບັນຫາອື່ນໆທີ່ກົດໜວ່ງທ່ວງດຶງ…