ສະຫາຍ ນາງ ສີໃສ ລືເດດມູນສອນຂຶ້ນເປັນຫົວໜ້າ ຄະນະຈັດຕັ້ງສູນກາງພັກ

ສະຫາຍ ນາງ ສີໃສ ລືເດດມູນສອນຂຶ້ນເປັນຫົວໜ້າ ຄະນະຈັດຕັ້ງສູນກາງພັກ - 144835478 428172281764472 4276908948204851922 n - ສະຫາຍ ນາງ ສີໃສ ລືເດດມູນສອນຂຶ້ນເປັນຫົວໜ້າ ຄະນະຈັດຕັ້ງສູນກາງພັກ
ສະຫາຍ ນາງ ສີໃສ ລືເດດມູນສອນຂຶ້ນເປັນຫົວໜ້າ ຄະນະຈັດຕັ້ງສູນກາງພັກ - kitchen vibe - ສະຫາຍ ນາງ ສີໃສ ລືເດດມູນສອນຂຶ້ນເປັນຫົວໜ້າ ຄະນະຈັດຕັ້ງສູນກາງພັກ

ພິທີ ມອບ​-​ຮັບ ໜ້າທີ່ ລະຫວ່າງ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ຜູ້​ເກົ່າ ແລະ ຜູ້​ໃໝ່ ຈັດຂຶ້ນວັນ​ທີ 1 ກຸມພານີ້ ທີ່​ສະ ໂມສອນ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໂດຍ​ມີ ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ພ້ອມ​ດ້ວຍ​ບັນດາ​ສະຫາຍ​ຄະນະ​ພັກ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ແລະ ສະມາຊິກ​ພັກ​-​ພະນັກງານ​ຫຼັກ​ແຫຼ່ງ​ທົ່ວ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ເຂົ້າ​ຮ່ວມ.

ສະຫາຍ ຈັນ​ສີ ໂພ​ສີຄຳ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ​ຄະ​ນະເລຂາທິການ​ສູນ​ກາງ​ພັກ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ (ຜູ້​ເກົ່າ) ອອກພັກ​ການ​-ຮັບ​ອຸດ​ໜູນ​ບຳນານ.

ສະຫາຍ ນາງ ສີໃສ ລືເດດມູນສອນຂຶ້ນເປັນຫົວໜ້າ ຄະນະຈັດຕັ້ງສູນກາງພັກ - Visit Laos Visit SALANA BOUTIQUE HOTEL - ສະຫາຍ ນາງ ສີໃສ ລືເດດມູນສອນຂຶ້ນເປັນຫົວໜ້າ ຄະນະຈັດຕັ້ງສູນກາງພັກ

ຊຶ່ງ​ພາລະ​ບົດບາດ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ແມ່ນ​ກວ້າງຂວາງ ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຕົວ​ຈິງ ກໍ​ພົບ​ອຸປະສັກ​ຫຼາຍ ແຕ່​ກໍ​ມີ​ອັນ​ສຳເລັດ​ໃນ​ຫຼາຍ​ດ້ານ ເປັນຕົ້ນ​ແມ່ນ​ການ​ເປັນໃຈ​ກາງ​ຫຼັກ​ແຫຼ່ງ​ເຕົ້າໂຮມ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ, ເສີມ​ຂະຫຍາຍ​ປະຊາທິປະໄຕ​ພາຍ​ໃນ​ພັກ​ຢ່າງ​ກວ້າງຂວາງ, ບັນ ດາ​ເນື້ອ​ໃນ​ມະຕິ​ຂອງ​ສູນ​ກາງ​ພັກ, ຂອງ​ຄະນະ​ພັກ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ລ້ວນ​ແຕ່​ໄດ້​ຮັບ​ການ​ຈັດຕັ້ງ​ປະຕິບັດ ແລະ ມີ​ຜົນ​ສໍາ​ເລັດ​ຫຼາຍ​ດ້ານ, ບົດບາດ​ການ​ນຳພາ​ຂອງ​ພັກ ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງ​ພະນັກງານ ນັບ​ມື້​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.

ໂອກາດນີ້, ສະ ຫາຍ ທອງ​ລຸນ ສີ​ສຸ​ລິດ ກໍ​ໄດ້​​ໂອ້​ລົມ​ຕໍ່​ສະຫາຍ ຈັນ​ສີ ໂພ​ສີຄຳ ເຊິ່ງເປັນ​ຜູ້​ໜຶ່ງ​ທີ່​ມີ​ຜົນງານ​ດີເດັ່ນ ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປະຕິວັດ ກໍ​ຄື​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ໂດ​ຍ​ສະເພາະ​ແມ່ນ​​ວຽກ​ງານ​ການ​ປັບປຸງ​ກົດ​ລະບຽບ​ພັກ, ຄົ້ນຄວ້າ​ປັບປຸງ​ສ້າງ​ນິຕິ​ກຳ​ຕ່າງໆ ກ່ຽວ​ກັບ​ພັກ​-​ພະນັກງານ, ຄົ້ນຄວ້າ​ສັບ​ຊ້ອນ​-​ຈັດ​ວາງ​ພະນັກງານ​ຫຼັກ​ແຫຼ່ງ​ທີ່​ຂຶ້ນ​ກັບ​ສູນ​ກາງ​ຄຸ້ມ​ຄອງ ຊຶ່ງ​ນີ້​ກໍ​ເປັນ​ພຽງ​ຜົນງານ​ສ່ວນ​ໜຶ່ງ ແລະ ຍັງ​ມີ​ຜົນງານ​ໃຫຍ່​ຫຼວງ​ອີກ​ຫຼວງຫຼາຍ ທີ່​ສະຫາຍ​ໄດ້​ສ້າງ​ຂຶ້ນ ລ້ວນ​ແຕ່​ເປັນ​ແບບຢ່າງ​ທີ່​ດີ ໃຫ້​ແກ່​ສະມາຊິກ​ພັກ​-​ພະນັກງານ, ສະຫາຍ ທອງ​ລຸນ ສີ​ສຸ​ລິດ ຍັງ​ໄດ້​ສະເໜີ​ໃຫ້​ສະຫາຍ ຈັນ​ສີ ໂພ​ສີ​ຄໍາ​ສືບຕໍ່​ໃຫ້​ຄຳ​ປຶກສາ​ແນະນຳ​ວຽກ​ງານ ເພື່ອ​ໃຫ້​ວຽກ​ງານ​ຈັດ​ຕັ້ງ​ມີ​ບາດກ້າວ​ດີ​ຂຶ້ນ​ຕໍ່ໆ​ໄປ.

 

 

 

ສະຫາຍ ນາງ ສີໃສ ລືເດດມູນສອນຂຶ້ນເປັນຫົວໜ້າ ຄະນະຈັດຕັ້ງສູນກາງພັກ - 5 - ສະຫາຍ ນາງ ສີໃສ ລືເດດມູນສອນຂຶ້ນເປັນຫົວໜ້າ ຄະນະຈັດຕັ້ງສູນກາງພັກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!