ລາວ-ສາກົນ ຫາລືວຽກງານປ່າໄມ້ ເພື່ອຕິດຕາມການເຄື່ອນຍ້າຍຂອງໄມ້


ຮອງຫົວໜ້າກົມປ່າໄມ້ ກ່າວວ່າ: ກອງປະຊຸມດັ່ງກ່າວ ໄດ້ມີການທົບທວນບັນດານິຕິກໍາ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບເຂດຫັນປ່ຽນທີ່ດິນປ່າໄມ້ເພື່ອການພັດທະນາ, ເພື່ອຫຼຸດຜ່ອນ, ລົບລ້າງຄວາມ ບໍ່ສອດຄ່ອງ ແລະ ການສ້າງຄວາມບໍ່ກະຈ່າງແຈ້ງຕໍ່ກັບພາລະບົດບາດ, ໜ້າທີ່ຮັບຜິດຊອບ ຂອງກະຊວງທີ່ກ່ຽວຂ້ອງຕ່າງໆ, ທັງນີ້ ກໍເພື່ອສ້າງຄວາມເຂົ້າໃຈຕໍ່ກັບໄມ້ຖືກກົດໝາຍ ທີ່ມາຈາກເຂດຫັນປ່ຽນທີ່ດິນປ່າໄມ້ເພື່ອການພັດທະນາ, ພ້ອມທັງສາມາດຕິດຕາມການເຄື່ອນ ຍ້າຍໄມ້ ແລະ ກວດສອບແຫຼ່ງທີ່ມາຂອງໄມ້ດັ່ງກ່າວ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ມີໂອກາດສົນທະນາ ແລະ ທົບທວນລະບຽບການສະ ເພາະຂອງກະຊວງກະສິກໍາ ແລະ ປ່າໄມ້ທີ່ຈະມີຂຶ້ນໃນຕໍ່ໜ້າກ່ຽວກັບການຄຸ້ມຄອງຕ່ອງໂສ້ ການສະໜອງໄມ້ ແລະ ການກະກຽມກອງປະຊຸມຮ່ວມຂອງຊ່ຽວຊານຈາກລາວ ແລະ ສະຫະ ພາບເອີຣົບ, ພ້ອມທັງເປັນການກະກຽມການເຈລະຈາຊ່ອງໜ້າຄັ້ງທໍາອິດ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 24-28 ເມສານີ້, ທີ່ ນະຄອນຫຼວງວຽງຈັນ, ພາຍໃຕ້ແຜນງານ Lao-EU FLEGT.