ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢ້ຽມຢາມສູນວິໄຈຢາງພາລາ ແລະ ພືດກະສິກໍາທີ່ເມືອງໄຊທານີ

ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢ້ຽມຢາມສູນວິໄຈຢາງພາລາ ແລະ ພືດກະສິກໍາທີ່ເມືອງໄຊທານີ - 159 - ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢ້ຽມຢາມສູນວິໄຈຢາງພາລາ ແລະ ພືດກະສິກໍາທີ່ເມືອງໄຊທານີ
ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢ້ຽມຢາມສູນວິໄຈຢາງພາລາ ແລະ ພືດກະສິກໍາທີ່ເມືອງໄຊທານີ - kitchen vibe - ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢ້ຽມຢາມສູນວິໄຈຢາງພາລາ ແລະ ພືດກະສິກໍາທີ່ເມືອງໄຊທານີ

ຕອນບ່າຍວັນທີ 28 ມັງກອນນີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລົງຢ້ຽມຢາມສູນວິໄຈຢາງພາລາ ແລະ ພືດກະສິກໍາລາວ ຢູ່ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫລວງວຽງຈັນ.

ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢ້ຽມຢາມສູນວິໄຈຢາງພາລາ ແລະ ພືດກະສິກໍາທີ່ເມືອງໄຊທານີ - 158 300x225 - ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢ້ຽມຢາມສູນວິໄຈຢາງພາລາ ແລະ ພືດກະສິກໍາທີ່ເມືອງໄຊທານີ

ໃນໂອກາດນີ້, ຫົວໜ້າສູນວິໄຈດັ່ງກ່າວໄດ້ລາຍງານໃຫ້ທ່ານຮອງນາຍົກຊາບວ່າ: ສູນແຫ່ງນີ້ ແມ່ນໂຄງການຮ່ວມມືລະຫວ່າງກະຊວງກະສິກໍາ ແລະ ປ່າໄມ້ລາວ ກັບ ກຸ່ມບໍລິສັດພັດທະນາກະສິກໍາຢຸນນານຈໍາກັດ ສປ.ຈີນ ໂດຍມອບໃຫ້ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດຂອງລາວ ຮ່ວມກັບ ບໍລິສັດຢາງພາລາຢຸນນານລາວ ຈໍາກັດ ເປັນຜູ້ຈັດຕັ້ງປະຕິບັດ, ເປັນໂຄງການຮ່ວມມືດ້ານວິຊາການລະຫວ່າງສອງຝ່າຍ ຊຶ່ງມີໄລຍະປະຕິບັດໂຄງການ 33 ປີ ໂດຍແບ່ງອອກເປັນ 2 ໄລຍະຄື: ໄລຍະການກໍ່ສ້າງຕຶກອາຄານໃຊ້ເວລາ 3 ປີ (2018-2020) ແລະ ໄລຍະທີ 2 ແມ່ນການຮ່ວມມືທາງດ້ານວິຊາການເປັນເວລາ 30 ປີ (2021-2051) ລວມມີມູນຄ່າລົງທຶນທັງໝົດ 10  ລ້ານໂດລາສະຫະລັດ ໂດຍບໍລິສັດຢາງພາລາຢຸນນານ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ປະກອບສ່ວນເນື້ອທີ່ດິນຈໍານວນ 2 ເຮັກຕາ ເພື່ອສ້າງສູນແຫ່ງນີ້ ເພື່ອເປັນບ່ອນສ້າງນັກວິຊາການ, ບ່ອນວິໄຈຄຸນນະພາບ ແລະ ກໍານົດມາດຕະຖານຢາງພາລາ ແລະ ພືດກະສິກໍາ ໃຫ້ເປັນທີ່ຍອມຮັບຈາກຕ່າງປະເທດ, ສາມາດແຂ່ງຂັນ ຢູ່ໃນຕະລາດພາກພື້ນ ແລະ ສາກົນໃຫ້ສູງຂຶ້ນ.

ໃນໂອກາດນີ້, ທ່ານຮອງນາຍົກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຂະແໜງການທັງສອງຝ່າຍ ລາວ-ຈີນ ທີ່ໄດ້ເອົາໃຈໃສ່ຮ່ວມມືຈັດຕັ້ງປະຕິບັດໂຄງການລົງທຶນທີ່ສຳຄັນນີ້ໄດ້ສໍາເລັດຕາມແຜນການວາງໄວ້ ເຊິ່ງຈະເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາຜະລິດຕະພັນກະສິກໍາກໍຄືສິນຄ້າຂອງລາວມີຄຸນນະພາບ ແລະ ມາດຕະຖານທຽບເທົາກັບສາກົນ. ພ້ອມນີ້ທ່ານຮອງນາຍົກຍັງໄດ້ເນັ້ນໃຫ້ສອງຝ່າຍເອົາໃຈໃສ່ວາງແຜນຄຸ້ມຄອງນໍາໃຊ້ ແລະ ແຜນດໍາເນີນງານຂອງສູນໃຫ້ລະອຽດ ເພື່ອຮັບປະກັນໃຫ້ວຽກງານຕ່າງໆໃຫ້ມີສິດທິຜົນ, ຮັບປະກັນຄວາມປອດໄພຂອງຜູ້ບໍລິໂພກ ແລະ ການສົ່ງອອກສີນຄ້າກະສິກໍາຂອງລາວມີຄຸນນະພາບທຽບເທົ່າສາກົນເທື່ອລະກ້າວ.

ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢ້ຽມຢາມສູນວິໄຈຢາງພາລາ ແລະ ພືດກະສິກໍາທີ່ເມືອງໄຊທານີ - 3 - ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢ້ຽມຢາມສູນວິໄຈຢາງພາລາ ແລະ ພືດກະສິກໍາທີ່ເມືອງໄຊທານີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!