Pfize-BioNTech ໝັ້ນໃຈ ວັກຊີນໂຄວິດ-19 ຕ້ານໄວຣັສກາຍພັນໃນອັງກິດ-ອາຟຣິກາໃຕ້ໄດ້


Pfize-BioNTech ໝັ້ນໃຈວັກຊີນຕ້ານໄວຣັສໂຄວິດ-19 ກາຍພັນຢູ່ອັງກິດ ແລະ ອາຟຣິກາໃຕ້ໄດ້ ຫລັງວິໄຈໃນຫ້ອງທົດລອງ, ແຕ່ຢືນຢັນຈະຕິດຕາມເບິ່ງປະສິດທິພາບຈາກການໃຊ້ຕົວຈິງຢ່າງໃກ້ຊິດ.
ວັນທີ 28 ມັງກອນ 2021 ສຳນັກຂ່າວ AFP ລາຍງານວ່າ: ບໍລິສັດ Pfizer ແລະ ບໍລິສັດ BioNTech ຜູ້ພັດທະນາວັກຊີນໂຄວິດ-19 ເປີດເຜີຍຜົນການທົດລອງປະສິດທິພາບຂອງວັກຊີນຕໍ່ໄວຣັສໂຄວິດ-19 ທີ່ກາຍພັນ ພົບວ່າວັກຊີນໂຄວິດ-19 ຂອງບໍລິສັດ ສາມາດຕໍ່ຕ້ານເຊື້ອໂຄວິດ-19 ທີ່ກາຍພັນ ໂດຍສະເພາະພົບຢູ່ອັງກິດ ແລະ ອາຟຣິກາໃຕ້.
ຖະແຫລງການຂອງທັງສອງບໍລິສັດທີ່ພັດທະນາວັກຊີນໂຄວິດ-19 ຮ່ວມກັນລະບຸວ່າ: ວັກຊີນໂຄວິດ-19 ຂອງບໍລິສັດອອກລິດແຕກຕ່າງກັນພຽງເລັກໜ້ອຍໃນການຕ້ານເຊື້ອໄວຣັສໂຄວິດ-19 ລະຫວ່າງເຊື້ອດັ້ງເດີມກັບເຊື້ອທີ່ກາຍພັນ ເຊິ່ງຄວາມແຕກຕ່າງດັ່ງກ່າວເບິ່ງຄືວ່າຈະບໍ່ສົ່ງຜົນສຳຄັນທີ່ເຮັດໃຫ້ປະສິດທິພາບຂອງວັກຊີນຫລຸດລົງ.
ເຖິງຢ່າງໃດກໍຕາມ, ບໍລິສັດ Pfizer ແລະ BioNTech ຢືນຢັນວ່າ: ຈະເຝົ້າຕິດຕາມປະສິດທິພາບຂອງວັກຊີນໂຄວິດ-19 ຈາກການນຳໃຊ້ຕົວຈິງຢ່າງໃກ້ຊິດ ໂດຍສະເພາະປະສິດທິພາບຕໍ່ການຕອບສະໜອງຕໍ່ໄວຣັສໂຄວິດ-19 ທີ່ກາຍພັນ.
ຜ່ານມາບໍລິສັດ Pfizer ແລະ BioNTech ສະແດງຄວາມໝັ້ນໃຈໃນວັກຊີນໂຄວິດ-19 ທີ່ພັດທະນາຂຶ້ນມາໂດຍຕະຫລອດ ໂດຍສ່ວນໜຶ່ງເນື່ອງຈາກທັງສອງບໍລິສັດໃຊ້ເຕັກໂນໂລຊີ mRNA ໃນການພັດທະນາວັກຊີນ ເຖິງວ່າຈະບໍ່ເຄີຍມີການພັດທະນາເປັນວັກຊີນເພື່ອນຳໃຊ້ຕົວຈິງມາກ່ອນ, ແຕ່ຈຸດເດັ່ນຂອງເຕັກໂນໂລຊີດັ່ງກ່າວຄືຄວາມຫົດຢືດທີ່ຜູ້ພັດທະນາສາມາດປັບວັກຊີນໃຫ້ເຂົ້າກັບໄວຣັສທີ່ກາຍພັນໄດ້ງ່າຍ.