ວັນດຽວທົ່ວໂລກມີຜູ້ເສຍຊີວິດຈາກ ໂຄວິດ-19 18.000 ຄົນ
January 29, 2021 - 10:20 AM


ສຳນັກຂ່າວ AFP ລາຍງານ ວັນທີ 27 ມັງກອນນີ້ວ່າ ວັນດຽວໃນວັນທີ 26 ມັງກອນທົ່ວໂລກມີຜູ້ເສຍຊີວິດຈາກໂຄວິດ-19 ໃນຮອບ 24 ຊົ່ວໂມງ 18.000 ຄົນ ຫຼາຍທີ່ສຸດນັບແຕ່ເກີດການລະບາດເປັນຕົ້ນມາ.
ກ່ອນໜ້ານັ້ນ, ໃນອາທິດແຕ່ວັນທີ 20-26 ມັງກອນ, ທົ່ວໂລກມີຜູ້ເສຍຊີວິດຈາກ ໂຄວິດ-19 101.366 ຄົນ, ເທົ່າກັບ 14.000 ຄົນຕໍ່ວັນ. ນີ້ ກໍໜ້າເປັນຫວ່າງ ເພາະຜູ້ເສຍຊີວິດລາຍວັນນັບມື້ເພີ່ມສູງຂຶ້ນ ໃນໄລຍະບໍ່ດົນມານີ້. ນັບແຕ່ທ້າຍເດືອນ ພະຈິກປີກາຍເປັນຕົ້ນມາ ມີຜູ້ເສຍຊີວິດຈາກໂຄວິດ-19 ຫຼາຍກວ່າຫຼັກ 10.000 ໃນແຕ່ລະວັນ. ຊຶ່ງໃນນັ້ນຍັງແມ່ນສະຫະລັດອາເມລິກາ ນຳໜ້າຢູ່, ຖັດຈາກນັ້ນກໍແມ່ນ ແມັກຊິກໂກ, ບຣາຊີລ ແລະ ເຢຍລະມັນ