ລະວັງເອກະສານກວດເຊື້ອໂຄວິດ-19 ປອມ !


ລາຍງານຂ່າວຈາກຕ່າງປະເທດ ວັນທີ 28 ມັງກອນນີ້ ໃຫ້ຮູ້ວ່າ: ໃນຂະນະທີ່ຫຼາຍປະເທດກຳລັງເພີ່ມທະວີມາດຕະການຄວບຄຸມພະຍາດໂຄວິດ-19 ຢ່າງເຂັ້ມງວດນັ້ນ, ມີນັກທ່ອງທ່ຽວ ແລະ ຜູ້ໂດຍສານຈຳນວນໜຶ່ງໄດ້ເຮັດເອກະສານຢັ້ງຢືນປອມວ່າ ມີເອກະສານກວດພະຍາດແລ້ວທີ່ເປັນຜົນລົບ ເພື່ອໃຫ້ໄດ້ເຂົ້າເມືອງຖືກຕ້ອງກັບຂໍ້ກຳນົດຂອງແຕ່ລະປະເທດ.
ນັບແຕ່ທ້າຍປີກາຍເປັນຕົ້ນມາ, ເຈົ້າໜ້າທີ່ໄດ້ພົບເຫັນການຂາຍເອກະສານກວດຫາເຊື້ອໂຄວິດ-19 ປອມທີ່ເປັນຜົນລົບໃນທ້ອງຕະຫຼາດມືດຢູ່ຫຼາຍປະເທດ ນັບແຕ່ ບຣາຊີລ ຈົນຮອດ ບັງຄລາເທດ.
ໃນລະຫວ່າງເດືອນຕຸລາ 2020, ມີນັກທ່ອງທ່ຽວ ບຣາຊີລ 4 ຄົນ ເດີນທາງດ້ວຍເຄື່ອງບິນສ່ວນຕົວໄປຍັງໝູ່ເກາະ Fernando de Noronha ຖືກຈັບ ເພາະດັດແປງຜົນກວດຫາເຊື້ອ ແລະ ກໍໃນເດືອນດຽວກັນ ໜັງສືພິມ Lancashire Telegraph ໄດ້ລົງໃນໜ້າໜັງສືພິມວ່າ ມີຜູ້ຊາຍຄົນໜຶ່ງ ໄດ້ເຮັດເອກະສານ ກວດຫາເຊື້ອໂຄວິດ-19 ປອມ ແລະ ເດີນທາງໄປ ປາກິດສະຖານ.
ໜັງສືພິມ Lancashire Telegraph ຍັງໃຫ້ຮູ້ເພີ່ມເຕີມວ່າ ເອກະສານຮັບຮອງກວດຫາເຊື້ອປອມເປັນລົບ ໃນອັງກິດຂາຍດ້ວຍລາຄາ 197 ໂດລາ, ຍິ່ງໄປກວ່ານັ້ນ ເຈົ້າໜ້າທີ່ຈຸບິນຍັງຮຽກຮ້ອງໃຫ້ເຮັດເອກະສານປອມເພື່ອຂາຍໃຫ້ຜູ້ໂດຍສານໃນລາຄາ 66 ໂດລາ.
ນອກຈາກນີ້ ຍັງມີຫຼາຍກໍລະນີຕື່ມອີກທີ່ເຮັດເອກະສານປອມຜົນກວດເປັນລົບ ເພື່ອໃຫ້ໄດ້ເຂົ້າເມືອງຢ່າງຖືກຕ້ອງຕາມຂໍ້ກຳນົດຂອງແຕ່ລະປະເທດ. ກໍລະນີທີ່ຍົກມາຂ້າງເທິງເປັນພຽງສ່ວນໜຶ່ງຖືກເສຍລັບເທົ່ານັ້ນ ແຕ່ບໍ່ຮູ້ວ່າ ກໍລະນີທີ່ບໍ່ພົບເຫັນຍັງຫຼາຍປານໃດ)