ຂັບຂີ່ລົດເທິງຖະໜົນຢ່າງປະໝາດ ອາດມີຜົນຮ້າຍທີ່ໜ້າຢ້ານກວ່າໂຄວິດ

ຂັບຂີ່ລົດເທິງຖະໜົນຢ່າງປະໝາດ ອາດມີຜົນຮ້າຍທີ່ໜ້າຢ້ານກວ່າໂຄວິດ - screenshot 20210125 1833217764616734643744140 835x1024 1 - ຂັບຂີ່ລົດເທິງຖະໜົນຢ່າງປະໝາດ ອາດມີຜົນຮ້າຍທີ່ໜ້າຢ້ານກວ່າໂຄວິດ
ຂັບຂີ່ລົດເທິງຖະໜົນຢ່າງປະໝາດ ອາດມີຜົນຮ້າຍທີ່ໜ້າຢ້ານກວ່າໂຄວິດ - kitchen vibe - ຂັບຂີ່ລົດເທິງຖະໜົນຢ່າງປະໝາດ ອາດມີຜົນຮ້າຍທີ່ໜ້າຢ້ານກວ່າໂຄວິດ

ໂດຍ: ມຶກບໍ່ແຫ້ງ

 

ຂັບຂີ່ລົດເທິງຖະໜົນຢ່າງປະໝາດ ອາດມີຜົນຮ້າຍທີ່ໜ້າຢ້ານກວ່າໂຄວິດ - Visit Laos Visit SALANA BOUTIQUE HOTEL - ຂັບຂີ່ລົດເທິງຖະໜົນຢ່າງປະໝາດ ອາດມີຜົນຮ້າຍທີ່ໜ້າຢ້ານກວ່າໂຄວິດ

ການລະບາດຂອງພະຍາດໂຄວິດ 19 ຖືວ່າຮ້າຍແຮງ ແລະ ມີຄວາມສ່ຽງສູງໃນການຕິດເຊື້ອ ກໍຄືການແຜ່ລະບາດ ແຕ່ ອຸບັດຕິເຫດເທິງທ້ອງຖະໜົນກໍມີຄວາມສ່ຽງບໍ່ໜ້ອຍໜ້າ ແລະມີມາໄດ້ຫຼາຍປີແລ້ວ.

ແຕ່ອາທິດທີ 2 ຫາ ອາທິດທີ 3 ເດືອນມັງກອນ 2021​ ນີ້ຢ່າງໜ້ອຍ 6 ຄົນເສຍຊີວິດຈາກ ການເກີດອຸບັດຕິເຫດ ຢູ່ນະຄອນຫຼວງວຽງຈັນ ແຕ່ຈາກການລະບາດຂອງໂຄວິດ 19 ຕັ້ງແຕ່ຕົ້ນປີ 2019 ເປັນຕົ້ນມາ ຢູ່ປະເທດເຮົາ ກໍຍັງບໍ່ມີ ກໍລະນີ ທີ່ເສຍຊີວິດເລີຍ.

ຈາກການລາຍງານ ຂອງກົມ​ຕຳ­ຫຼວດ​ຈະ­ລາ­ຈອນ, ກົມ​ໃຫຍ່​ຕຳ­ຫຼວດ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ ເມື່ອບໍ່ດົນມານີ້ ຜ່ານໜັງສືພີມວຽງຈັນທາມ ໃຫ້ຮູ້ວ່າ ໃນປີ 2020  ມີຄົນລາວ ເສຍຊີວິດ ເຖິງ 1.031 ຄົນ ໃນທົ່ວປະເທດ ຈາກອຸບັດຕິເຫດເທິງທ້ອງຖະໜົນ ທຽບໃສ່ປີ 2019 ເສຍຊິວິດເພີ່ມຂຶ້ນ 89 ຄົນ ລວມມູນຄ່າການເສຍຫາຍທັງໝົດ 103 ຕື້ກວ່າກີບ ຈາກການເກີດ​ອຸ­ບັດ­ເຫດ​ເກີດ​ຂຶ້ນ​ທັງ​ໝົດ 6.774 ຄັ້ງ, ເຮັດ​ໃຫ້​ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ​ທັງ​ໝົດ 10. 027 ຄົນ ແລະ ພາ­ຫະ­ນະ​ເປ່​ເພ​ທັງ​ໝົດ 12. 007 ຄັນ.

ສໍາລັບ ສາເຫດທີ່ພາໃຫ້ເກີດອຸບັດຕິເຫດ ສ່ວນໃຫຍ່ເກີດຈາກການດື່ມສິ່ງມຶນເມົາມີເຖິງ 1. 564ຄັ້ງ, ໃຊ້ຄວາມໄວເກີນຂອບເຂດ 1. 463 ຄັ້ງ, ແຊງບໍ່ຮັບປະກັນ 478 ຄັ້ງ, ລ່ວງປ້າຍຫ້າມ 249 ຄັ້ງ, ປ່ຽນທິດທາງ 644 ຄັ້ງ, ບໍ່ປ່ອຍສິດ 493 ຄັ້ງ ແລະ ອື່ນໆ. ສ່ວນພາ­ຫະ­ນະທີ່ຮ່ວມເກີດອຸຕິບັດເຫດຫຼາຍກວ່າໝູ່ ແມ່ນລົດຈັກຕໍາລົດຈັກ 1.575 ຄັ້ງ, ຮອງລົງມາ ລົດຍົນຕໍາລົດຍົນ 1,319ຄັ້ງ, ລົດຈັກຕໍາລົດບັນທຸກ 355 ຄັ້ງ, ລົດຍົນຕໍາລົດບັນທຸກ 180 ຄັ້ງ ແລະ ອື່ນໆ.

ວັນທີ 24 ມັງກອນ 2021 ທີ່ຜ່ານມາ ຜູ້ຂຽນໄດ້ເບິ່ງ ຄຣິບສັ້ນ ຂອງການເກີດອຸບັດຕິເຫດ ທີ່ລົດບັນທຸກ ສິບລໍ້ ແກ່ດິນ ອອກມາຈາກທາງຊອຍ ໂດຍບໍ່ໄດ້ຫຼຸດຜ່ອນຄວາມໄວລົງ ເລີຍຕໍາ ສອງເອື້ອຍນ້ອງ ທີ່ກຳລັງຍັງເປັນໄວໜຸ່ມ ອາຍຸ 20 ປາຍອ່ອນໆ ຢູ່ເສັ້ນທາງເລກ 10 ໃກ້ກັບຕະຫຼາດດົງໝາກຄາຍ ນະຄອນຫຼວງວຽງຈັນ ເສຍຊີວິດຄາທີ ເຊິ່ງເປັນເລື່ອງ ໜ້າເວດທະນາຍິ່ງ. ລອງຄິດເບິ່ງດູວ່າ ການຕັດສິນໃຈ ທີ່ລະເມີດລະບຽບຈາລະຈອນ ຂອງຊູເຟີ ລົດບັນທຸກພຽງວິນາທີນັ້ນ ຕ້ອງ ມາພາກຊີວິດ ຂອງລູກສາວ ທັງສອງຄົນທີ່ເປັນຫົວແກ້ວຫົວແຫວນ ຂອງຄອບຄົວໜຶ່ງໄປ ແລະ ມີຫຼາຍກໍລະນີ ທີ່ຄ້າຍຄືກັນນີ້ ເກີດຂຶ້ນທຸກມື້ ຢູ່ພາຍໃນປະເທດເຮົາ.

ຜ່ານມາ ການໂຄສະນາ, ການຊຸກຍູ້ ແລະ ສຶກສາ ອົບຮົບ ຂອງເຈົ້າໜ້າທີ ຕຳຫຼວດ ແລະ ພາກສ່ວນ ທີ່ກ່ຽວຂ້ອງ ໃນການປ້ອງກັນ ການເກີດອຸບັດຕິເຫດໃນປະເທດເຮົາ ກໍບໍ່ແມ່ນໜ້ອຍ ແຕ່ມາຮອດດຽວນີ້ ພວກເຮົາກໍຍັງຮູ້ດີວ່າ ມັນບໍ່ພຽງພໍ ທີ່ຈະຫຼຸດຜ່ອນ ອັດຕາການເສຍຊີວິດຂອງ ຄົນໃນປະເທດເຮົາ ທີ່ມີຄວາມໜາແໜ້ນ ພຽແຕ່ 30 ຄົນຕໍ່ກິໂລຕາແມັດລົງໄດ້. ຈາກຕົວເລກ ຜູ້ເສຍຊີວິດໃນປີ 2020 ນັ້ນ ສະແດງໃຫ້ເຫັນວ່າ ແຕ່ລະມື້ ຄົນລາວ 3 ຄົນ ອອກຈາກເຮືອນ ແລ້ວເສຍຊີວິດຢູ່ເທິງຖະໜົນ ແລະ ມີ 28 ຄົນ ທີ່ຕ້ອງໄດ້ຮັບບາດເຈັບຈາກ ການເກີດອຸບັດຕິເຫດທຸກມື້.

ບັນດາສາເຫດ ທີ່ເຈົ້າໜ້າທີ່ເພິ່ນລາຍງານນັ້ນ ກໍບໍ່ແມ່ນເລື່ອງໃໝ່, ພວກເຮົາຮູ້ບັນຫານີ້ດີ ແຕ່ພວກເຮົາຄວນຈະເລີ່ມ ຈາກຈຸດໃດໃນການແກ້ໄຂບັນດາສາເຫດອັນຕົ້ນຕໍນັ້ນ.

ຢູ່ຫຼາຍປະເທດ ເຊັ່ນ ມຽນມາ ໄດ້ ເອົາບໍລິສັດຜະລິດເບຍ ມາເປັນສ່ວນໜຶ່ງໃນການປ້ອງກັນການເກີດອຸບັດຕິເຫດ, ບາງ ປະເທດ ໄດ້ໃສ່ລະບຽບ ຜູ້ດື່ມສິ່ງມືນເມົາ ແລ້ວຂັບຂີ່ຢ່າງໜັກ ຈາກການປັບໄໝ ເຖິງ ການຫ້າມຂັບຂີ່ ຕະຫຼອດຊີວິດ, ບາງປະເທດ ກໍເຂັ້ມງວດກວດຂັນໃນການ ເສັງເອົາໃບຂັບຂີ່ ເຊິ່ງກ່ອນຈະໄດ້ນັ້ນ ກໍບໍ່ແມ່ນເລື່ອງງ່າຍ ແຕ່ ຢູ່ປະເທດເຮົາ ຜູ້ຂັບຂີ່ພຽງປະມານ 30% ເທົ່ານັ້ນ ທີ່ມີການສອບເສັງເອົາໃບຂັບຂີ່ທີ່ຖືກຕ້ອງ, ເປັນເລື່ອງກັງວົນ ທີ່ສຸດ.

 

ພວກເຮົາ ອາດມີ ບັນດາລະບຽບການ ໃນການກຸ້ມຄອງ ປ້ອງກັນການເກີດອຸບັດຕິເຫດ ແຕ່ຕ້ອງ ເລັ່ງເບື້ອງ ການບັງຄັບໃຊ້ໃຫ້ເຂັ້ມງວດຕື່ມ ຫຼື ສ້າງນະໂຍບາຍທີ່ເຫັນຈະແຈ້ງ, ເຂັ້ມງວດ ຄຽງຄູ່ກັບ ການຈັດສັນງົບປະມານ ທີ່ຈຳເປັນ ໃນການປ້ອງກັນ ການເກີດອຸບັດຕິເຫດໃນປະເທດເຮົາຫຼາຍຂຶ້ນ. ປະຊາຊົນພວກເຮົາ ສົມຄວນໄດ້ຮັບ ຄວາມປອດໄພຫຼາຍຂຶ້ນ ເທິງທ້ອງຖະໜົນ.

ຂັບຂີ່ລົດເທິງຖະໜົນຢ່າງປະໝາດ ອາດມີຜົນຮ້າຍທີ່ໜ້າຢ້ານກວ່າໂຄວິດ - 3 - ຂັບຂີ່ລົດເທິງຖະໜົນຢ່າງປະໝາດ ອາດມີຜົນຮ້າຍທີ່ໜ້າຢ້ານກວ່າໂຄວິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!