Florida ປະຕິເສດຄຳສະເໜີຕັ້ງຊື່ ທຣຳ ໃຫ້ກັບສະໜາມບິນ
January 25, 2021 - 2:10 PM


ສຳນັກຂ່າວ South Florida Sun Sentinel ວັນທີ 25 ມັງກອນໄດ້ລາຍງານເຖິງປະເດັນທີ່ວ່າ ຊື່ຂອງອະດີດປະທານາທິບໍດີ ໂດນັລທຣຳ ອາດຈະບໍ່ໄດ້ຖືກຕັ້ງຊື່ໃຫ້ກັບສະໜາມບິນຢູ່ Palm Beach ແລະ ເຂດທາງພາກໃຕ້ຂອງລັດ Florida ເໝືອນກັບຄຳມຸ່ງຫວັງຂອງ ທຣຳ ພາຍຫຼັງໝົດວາລະ..
ສະມາຊິກສະພາ Palm Beach ໃຫ້ສຳພາດຕໍ່ໜັງສືພິມ South Florida Sun Sentinel ວ່າ ພວກເຂົາຈະບໍ່ສະໜັບສະໜູນ ການຕັ້ງຊື່ຂອງ ທຣຳ ໃຫ້ກັບສະໜາມບິນສາກົນ Palm Beach.
ຊຶ່ງກ່ອນໜ້ານີ້ອະດີດປະທານາທິບໍດີ ທຣຳ ໄດ້ມີຄວາມມຸ່ງຫວັງຢ່າງຍິ່ງວ່າ ມີວັນໜຶ່ງ ຈະຕັ້ງຊື່ຂອງຕົນເອງໃຫ້ກັບສະໜາມບິນ.
ທ່ານ ນາງ McKinlay ແມ່ນໜຶ່ງໃນຈຳນວນ 5/7 ຂອງສະມາຊິກ Palm Beach ອອກມາປະຕິເສດຢ່າງເອົາການເອົາງານ ການຕັ້ງຊື່ຂອງ ອະດີດ ປະທານາທິບໍດີ ໃຫ້ກັບສະໜາມບິນສາກົນ ແຫ່ງດັ່ງກ່າວ.