ເຈົ້າແຂວງສະຫວັນນະເຂດລົງຕິດຕາມໂຄງການ ລຶບລ້າງຄວາມທຸກຍາກບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍເມືອງຈຳພອນ


ເມື່ອບໍ່ດົນມານີ້ທ່ານ ສັນຕິ ພາບ ພົມວິຫານ ເຈົ້າແຂວງສະ ຫວັນນະເຂດ, ພ້ອມດ້ວຍພະ ແນກການອ້ອມຂ້າງແຂວງ, ໄດ້ ລົງໄປຢ້ຽມຢາມປະຊາຊົນ ບ້ານ ຄຳປ່າແໜ ແລະ ບ້ານປ່າກ້ວຍ ໂດຍໄດ້ຮັບການຕ້ອນຮັບຢ່າງ ອົບອຸ່ນຈາກອຳນາດການປົກ ຄອງ ແລະ ພໍ່ແມ່ປະຊາຊົນ 2 ບ້ານ.
+ ແຂວງສະຫວັນນະເຂດຮ່ວມໃຈປ່ອຍປາສູ່ທຳມະຊາດ
+ ສະຫວັນນະເຂດຈະເລີ່ມຈັດຕັ້ງປະຕິບັດໂຄງການກໍ່ສ້າງ ປ້ອງກັນຕາຝັ່ງເຈື່ອນແຄມຂອງໄລຍະ 2
+ ເມືອງອາດສະພອນຮັບຮອງເອົາ 10 ບ້ານເປັນບ້ານວັດທະນະທຳ
ດັ່ງກ່າວ, ພ້ອມທັງໄດ້ຮັບ ຟັງລາຍງານ 9 ຈາກທ່ານ ສຸທິ ຜິວ ສຸລິຍະມາດ ເຈົ້າເມືອງຈຳ ພອນວ່າ: ປັດຈຸບັນການປະຕິບັດ ໂຄງການລຶບລ້າງຄວາມທຸກຍາກ (ຄອບຄົວຂໍທານ) ຢູ່ບ້ານຄຳປ່າ ແໜ ແລະ ບ້ານປ່າກ້ວຍແມ່ນກ້າວ ເຂົ້າສູ່ໄລຍະທີສອງ ເຊິ່ງການ ຈັດຕັ້ງປະຕິບັດໃນໄລຍະທຳອິດ ແມ່ນສິ້ນສຸດໃນປີ 2016 ຜ່ານ ມາ ແລະ ປີ 2017 ນີ້ທາງໂຮງ ງານນ້ຳດື່ມ ແລະ ນ້ຳກ້ອນໂລ ມາ ຄຳກໍຍິນດີສືບຕໍ່ໃຫ້ການຊ່ວຍ ເຫລືອຈົນຮອດປີ 2018, ປັດຈຸ ບັນເຫັນວ່າ: 90% ຂອງຈຳນວນ 27 ຄອບຄົວທຸກຍາກໄດ້ ຢຸດເຊົາໄປຂໍທານ ແລະ ຫັນມາ ເຮັດອາຊີບ ປຸກຝັງ-ລ້ຽງສັດ ທີ່ທາງໂຄງການໄດ້ມອບໃຫ້, ທ່ານ ນາຍບ້ານຄຳປ່າແໜໃຫ້ ຮູ້ວ່າ: ຜ່ານເຂົ້າຮ່ວມໂຄງການ ໃນໄລຍະຜ່ານມາເຫັນວ່າຊີວິດການເປັນຢູ່ຂອງພໍ່ແມ່ປະຊາ ຊົນມີໃບໜ້າໃໝ່ ຫຼາຍ, ຈາກ ເຄີຍ ໄປຫາຂໍທານກໍຢຸດເຊົາແລ້ວຫັນ ມາສູ່ການຜະລິດສ້າງລາຍຮັບ ເພື່ອກຸ້ມໂຕເອງຫຼາຍຂຶ້ນ, ຮູ້ຈັກຮັກ, ຫວງແຫນ ແລະ ຮູ້ຄຸນ ຄ່າໃນສິ່ງທີ່ຕົນເຮັດ ແລະ ທັງໝົດ ນັ້ນກໍ ຍ້ອນຄວາມເອົາໃຈໃສ່ ຢ່າງໃກ້ຊິດຂອງພັກ ແລະ ລັດ ກໍຄືບໍລິສັດເອກະຊົນທີ່ໄດ້ຍື່ນມື ເຂົ້າມາ ຊ່ວຍນຳພາສ້າງສາພັດ ທະນາ ເປັນຕົ້ນ: ປັບປຸງພື້ນຖານ ໂຄງລ່າງ, ບຸກເບີກເນື້ອທີ່ ນາໃຫ້ ປະຊາຊົນໄດ້ມີບ່ອນເຮັດການຜະລິດ, ມາຮອດປັດຈຸບັນສາມາດບຸກເບີກເນື້ອທີ່ ໄດ້ທັງໝົດ 110 ເຮັກຕາ (ແບ່ງເນື້ອທີ່ນາ ໃຫ້ຄອບຄົວລະ 2 ເຮັກຕາ), ມອບດິນໃຫ້ປະຊາຊົນປຸກ ເຮືອນ, ຂຸດໜອງສະມອບໃຫ້ ຄອບຄົວ ແລະ ໜອງສະລວມ ຂອງບ້ານໄດ້ 30 ໜອງ ແລະ ເຈາະນ້ຳບາດານໄດ້108 ໜ່ວຍ.
ໃນໂອກາດນີ້ທ່ານເຈົ້າແຂວງ ສະຫວັນນະເຂດ.ໄດ້ໂອລົມເນັ້ນ ໃຫ້ອຳນາດການປົກຄອງບ້ານ ທຸກຂັ້ນຕ້ອງໄດ້ເອົາໃຈໃສ່ສຶກ ສາອົບຮົມປູກຈິດສຳນຶກໃຫ້ ຄອບຄົວທີ່ຍັງໄປເຄືອນໄຫວຂໍ ທານໃຫ້ຢຸດຕິນັບແຕ່ນີ້ເປັນຕົ້ນ ໄປ ແລະ ເອົາໃຈໃສ່ຈັດຕັ້ງປະ ຕິ ບັດຕາມພະນັກງານທີ່ຫາວຽກ ງານເປັນຕົ້ນ: ນຳພາສ້າງກິດ ຈະກຳປູກພຶດ ຜັກຊະນິດຕ່າງໆ, ລ້ຽງສັດ, ຮຽນໜັງສືເພື່ອໃຫ້ຮັບ ຮູ້ ແລະ ເຄົາລົບລະບຽບກົດໝາຍ ບ້ານເມືອງ.