ເອີຣົບ ຮຽກຮ້ອງໃຫ້ ໄບເດັນ ສ້າງຕັ້ງ ອົງກອນ ສົນທິສັນຍາຂາມມະຫາສະໝຸດ ປາຊີຟິກ
January 21, 2021 - 4:58 PM


ສຳນັກຂ່າວ ຣອຍເຕີ ໂດຍອ້າງອີງ ຄຳຖະແຫຼງຂອງທ່ານ Michel ໃນວັນທີ 20 ມັງກອນນີ້ວ່າ: “ມື້ນີ້ ເປັນມື້ສຳຄັນກວ່າມື້ຮັບຕຳແໜ່ງ. ມື້ນີ້ ເປັນມື້ປ່ຽນແປງໃໝ່ ການພົວພັນຂ້າມມະຫາສະໝມຸດ ປາຊີຟິກ ລະຫວ່າງພວກເຮົາ, ຄວາມສຳພັນຂອງພວກເຮົາຖືກເປັນຮອຍແປ້ວ ເປັນແຜ ຕະຫຼອດ 4 ປີທີ່ຜ່ານມາ. ຊ່ວງໄລຍະດັ່ງກ່າວ ໂລກມີການພັດທະນາຢ່າງສັບສົນ, ບໍ່ມີຄວາມຫງົບ ແລະ ຍາກທີ່ຈະກະຕວງໄດ້”.
ທ່ານ Michel ກ່າວວ່າ: ໃນຂະນະນີ້ ທັງສອງຝ່າຍຕ້ອງເລັ່ງໃສ່ແກ້ໄຂ 5 ບັນຫາຕົ້ນຕໍເພື່ອຜັກດັນໃຫ້ມີການຮ່ວມມືຫຼາຍທິດ ຫຼາຍຝ່າຍເພື່ອຕ້ານໂຄວິດ-19, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຟື້ນຟູເສດຖະກິດ ດ້ວຍວິທີການຫັນປ່ຽນເຕັກນິກໄປສູ່ ດີຈິຕອນ ກໍຄືຮ່ວມການມື ປົກປ້ອງຄວາມສະຫງົບ ແລະ ສັນຕິພາບ.