ມີແລ້ວໂຮງງານຜະລິດ ແລະ ຈຳໜ່າຍທາດລະເບີດ

- 3245 - ມີແລ້ວໂຮງງານຜະລິດ ແລະ ຈຳໜ່າຍທາດລະເບີດ
- kitchen vibe - ມີແລ້ວໂຮງງານຜະລິດ ແລະ ຈຳໜ່າຍທາດລະເບີດ

ພິທີເປີດໂຮງງານ ຜະລິດ ແລະ ຈໍາໜ່າຍທາດລະເບີດຢູ່ລາວເຮົາ ໄດ້ມີຂຶ້ນໃນວັນທີ 18 ມັງກອນນີ້, ໂດຍບໍລິສັດ ຄໍາໄຊ-ຢິງຊິນ ຈໍາກັດ,ຊຶ່ງມີ ທ່ານ ພົນເອກ ຈັນສະ ໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ບັນດາຄະນະນໍາກົມກອງຕ່າງໆ ເຂົ້າຮ່ວມເປັນຈຳນວນຫລາຍ.

ຜູ້ອຳນວຍການບໍລິສັດໃຫ້ຮູ້ວ່າ: ພາຍຫລັງໃຊ້ເວລາ 3 ປີ ແຫ່ງການກໍ່ສ້າງໂຮງງານແຫ່ງນີ້ຢູ່ແຂວງບໍລິຄຳໄຊ ໄດ້ສຳເລັດຕາມກໍານົດເວລາ ແລະ ມີຄວາມທັນສະໄໝທີ່ສຸດໃນອາຊີຕາເວັນອອກສຽງໃຕ້, ໃນການຜະລິດລະເບີດພົນລະເຮືອນ ທີ່ມີຄວາມປອດໄພ, ມີປະສິດຕິພາບ ນັບທັງການບໍລິການຈູດລະເບີດດັ່ງກ່າວ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງປະເທດ ແລະ ສ້າງໂອກາດໃຫ້ປະຊາຊົນເຂດໃກ້ຄຽງ ມີວຽກເຮັດງານທຳ.

- Visit Laos Visit SALANA BOUTIQUE HOTEL - ມີແລ້ວໂຮງງານຜະລິດ ແລະ ຈຳໜ່າຍທາດລະເບີດ

ໃນພິທີທ່ານ ພົນຈັດຕະວາ ທອງພັນ ສຸທຳມະວົງ  ຕາງໜ້າຜູ້ຖືຮຸ້ນ ຂອງກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ກ່າວວ່າ: ບໍລິສັດຄໍາໄຊ-ຢິງຊີນ ຈໍາກັດ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 27 ທັນວາ 2017 ເພື່ອຜະລິດ ແລະ ຈໍາໜ່າຍລະເບີດອຸດສາຫະກຳ ຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນປະເທດ ສະບັບເລກທີ 1563/ກປທ, ລົງວັນທີ 30/03/2017, ໂດຍການຮ່ວມມືສອງຝ່າຍລາວ-ຈີນ, ໃນມູນຄ່າການລົງທຶນທັງຫມົດ  45.570.000 ໂດລາສະຫະລັດ, ໃນນັ້ນຝ່າຍລາວ ຖືຮຸ້ນ 25% ໃນກໍານົດເວລາ 22 ປີ.

- 4 - ມີແລ້ວໂຮງງານຜະລິດ ແລະ ຈຳໜ່າຍທາດລະເບີດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!