ເສດຖະກິດຈີນເຕີບໂຕ 2,3% ໃນປີ 2020


ສູນສະຖິຕິແຫ່ງຊາດຈີນ ລາຍງານວ່າ GDP ຂອງຈີນເຕີບໂຕຢູ່ທີ່ 2,3%ໃນປີກາຍນີ້ ແລະ 6,5% ໃນໄຕມາດທີ IV ເມື່ອທຽບໃສ່ໄລຍະດຽວກັນປີກາຍ. ຕົວເລກດັ່ງກ່າວແມ່ນສູງກວ່າຕົວເລກຄາດຄະເນໄວ້ລວ່ງໜ້າຈາກການສຳຫຼວດຂອງ Bloomberg.
ເຖິງແມ່ນຈະເກີດການລະບາດຂອງພະຍາດ ໂຄວິດ-19 ກໍຕາມ ແຕ່ເສດຖະກິດຂອງຈີນ ຊຶ່ງເປັນຖານເສດຖະກິດໃຫ່ຍອັນດັບສອງຂອງໂລກ ຍັງຮັກສາໄດ້ການເຕີບໂຕເປັນບວກໃນປີກາຍນີ້.
ການຟື້ນຕົວຂອງເສດຖະກິດຈີນ ແມ່ນໄດ້ຮັບການກະຕຸ້ນຈາກ ປີງົບປະມານ ແລະ ເງິນຕາ, ຊຸກຍູ້ການລົງທຶນໃສ່ພື້ນຖານໂຄງລ່າງ ແລະ ອະສັງຫາລິມະຊັບ ພາຍຫຼັງ ສາມາດຄວບຄຸມການລະບາດຂອງພະຍາດໂຄວິດ-19 ໄດ້, ໂຮງຈັກໂຮງງານກໍເລີ່ມເປີດຄືນໃໝ່, ຄວາມຕ້ອງການຂອງໂລກຕໍ່ກັບສິນຄ້າຂອງຈີນເພີ່ມຂຶ້ນສູງ ໂດຍສະເພາະແມ່ນອຸປະກອນທາງການແພດ ແລະ ອຸປະກອນເຮັດວຽກທາງໄກ.
ດັດສະນີຂາຍຍ່ອຍເພີ່ມ 4,6%ໃນໄຕມາດ IV ແລະ ຫຼຸດ 3,9% ໝົດປີ. ດັດສະນີການຂາຍສິນຄ້າໃຊ້ສອຍທາງອອນລາຍເພີ່ມຂຶ້ນ 14,8% ໝາຍຄວາມວ່າຕອບສະໜອງໄດ້ພຽງ 25% ສີນຄ້າໃຊ້ສອຍທັງໝົດ.
ປີນີ້ ນັກເສດຖະສາດຄາດກະວ່າ GDP ຂອງຈີນຈະເພີ່ມຂຶ້ນ 8,2% ແລະ ຈະລື່ນການບັນດາປະເທດຕ່າງໆ ພາຍຫຼັງຟື້ນຟູຄືນໃໝ່ພາຍຫຼັງມີວັກຊີນ.