ສະຫະລັດອອກຂໍ້ກຳນົດໃໝ່ ໃຫ້ກັບຜູ້ໂດຍສານເຂົ້າປະເທດ

ສະຫະລັດອອກຂໍ້ກຳນົດໃໝ່ ໃຫ້ກັບຜູ້ໂດຍສານເຂົ້າປະເທດ - 53950206 403 - ສະຫະລັດອອກຂໍ້ກຳນົດໃໝ່ ໃຫ້ກັບຜູ້ໂດຍສານເຂົ້າປະເທດ
ສະຫະລັດອອກຂໍ້ກຳນົດໃໝ່ ໃຫ້ກັບຜູ້ໂດຍສານເຂົ້າປະເທດ - kitchen vibe - ສະຫະລັດອອກຂໍ້ກຳນົດໃໝ່ ໃຫ້ກັບຜູ້ໂດຍສານເຂົ້າປະເທດ

ລາຍງານຂ່າວຈາກຕ່າງປະເທດ ໃນວັນທີ 13 ທັນວານີ້ ໂດຍອ້າງອີງຄຳປະກາດຂອງສູນຄວບຄຸມ ແລະ ສະກັດກັ້ນ ພະຍາດຂອງສະຫະລັດ(CDC) ໃຫ້ຮູ້ວ່າ ນັບແຕ່ວັນທີ 26 ມັງກອນນີ້ເປັນຕົ້ນໄປ, ຜູ້ໂດຍສານທີ່ຈະເດີນທາງເຂົ້າມາໃນສະຫະລັດ ຕ້ອງສະແດງຜົນຂອງການກວດຫາເຊື້ອໄວຣັດໂຄວິດ-19 ທີ່ເປັນລົບ. ຮຽກຮ້ອງໃຫ້ຜູ້ໂດຍສານທຸກຄົນ ກ່ອນຈະເດີນທາງເຂົ້າມາໃນສະຫະລັດຕ້ອງໄດ້ກວດຫາເຊື້ອໄວຣັດກ່ອນ 3 ວັນ ແລະ ຕ້ອງໄດ້ສະແດງເອກະສານການກວດຫາເຊື້ອໄວຣັດ ຢ່າງຄົບຖ້ວນ ພາຍໃຕ້ຮູບການເອກະສານເຈ້ຍ ຫຼື ເອກະສານທາງເອເລັກໂຕຣນິກ ຫຼື ເອກະສານຢັ້ງຢືນວ່າ ໄດ້ຮັບການປິ່ນປົວຫາຍດີຈາກ ໂຄວິດ-19 ແລ້ວ ໃຫ້ກັບບໍລິສັດການບິນຂອງສະຫະລັດ. ພ້ອມດຽວກັນນັ້ນ, ບັນດາບໍລິສັດການບິນ ຕ້ອງມີໜ້າທີ່ກວດສອບຜົນການກວດຫາເຊື້ອໄວຣັດທີ່ເປັນລົບຂອງຜູ້ໂດຍສານ. ຜູ້ໂດຍສານຄົນໃດຫາກບໍ່ປະຕິບັດຕາມຂໍ້ກຳນົດດັ່ງກ່າວຈະບໍ່ອະນຸຍາດໃຫ້ຂຶ້ນເຄື່ອງບິນໄດ້.

 

ສະຫະລັດອອກຂໍ້ກຳນົດໃໝ່ ໃຫ້ກັບຜູ້ໂດຍສານເຂົ້າປະເທດ - Visit Laos Visit SALANA BOUTIQUE HOTEL - ສະຫະລັດອອກຂໍ້ກຳນົດໃໝ່ ໃຫ້ກັບຜູ້ໂດຍສານເຂົ້າປະເທດ
ສະຫະລັດອອກຂໍ້ກຳນົດໃໝ່ ໃຫ້ກັບຜູ້ໂດຍສານເຂົ້າປະເທດ - 4 - ສະຫະລັດອອກຂໍ້ກຳນົດໃໝ່ ໃຫ້ກັບຜູ້ໂດຍສານເຂົ້າປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!