5 ປີ ​​ເສດຖະກິດ​ຂອງ​​ແຂວງໄຊ​ຍະ​ບູລີ ຂະຫຍາຍ​ຕົວຕໍ່​ເນື່ອງ 6,7% ຕໍ່​ປີ

5 ປີ ​​ເສດຖະກິດ​ຂອງ​​ແຂວງໄຊ​ຍະ​ບູລີ ຂະຫຍາຍ​ຕົວຕໍ່​ເນື່ອງ 6,7% ຕໍ່​ປີ - 71658386 116123009790230 3863585320570191872 n - 5 ປີ ​​ເສດຖະກິດ​ຂອງ​​ແຂວງໄຊ​ຍະ​ບູລີ ຂະຫຍາຍ​ຕົວຕໍ່​ເນື່ອງ 6,7% ຕໍ່​ປີ
5 ປີ ​​ເສດຖະກິດ​ຂອງ​​ແຂວງໄຊ​ຍະ​ບູລີ ຂະຫຍາຍ​ຕົວຕໍ່​ເນື່ອງ 6,7% ຕໍ່​ປີ - kitchen vibe - 5 ປີ ​​ເສດຖະກິດ​ຂອງ​​ແຂວງໄຊ​ຍະ​ບູລີ ຂະຫຍາຍ​ຕົວຕໍ່​ເນື່ອງ 6,7% ຕໍ່​ປີ

ທ່ານ ພົງ​ສະຫວັນ ສິດ​ທະ​ວົງ ​ເຈົ້າ​​ແຂວງ​ໄຊ​ຍະ​ບູລີ ​ໃຫ້​ສຳພາດ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະບານ​ຊຸດ​ທີ VIII ​ເປີດ​ກວ້າງ​ທ້າຍ​ສະ​ໄໝ ​ໃນ​ວັນ​ທີ 7 ມັງກອນ 2021 ຜ່ານມານີ້​ວ່າ: ໃນ​ໄລຍະ 5 ປີຜ່ານ​ມາ, ​ເສດ​ຖະ​ກິດຂອງ​ແຂວງ​ໄຊ​ຍະ​ບູລີສືບ​ຕໍ່​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ​ສະ​ເລ່ຍ 6,7% ຕໍ່​ປີ, ລວມຍອດ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ພາຍ​ໃນ ບັນ​ລຸ 10.706 ຕື້​ກີບ, ທຽບ​ໃສ່​ປີ 2015 ເພີ່ມ​ຂຶ້ນ 3.410 ຕື້​ກີບ,ສະ​ເລ່ຍ​ລາຍຮັບໄດ້ 3.031 ໂດ​ລາສະຫະລັດ, ​ເພີ່ມ​ຂຶ້ນ 618 ໂດ​ລາ ເທົ່າ​ກັບ 81,6% ຂອງ​ແຜນ 5 ປີ (ແຜນ 3.710 ໂດ​ລາ),​ເຊິ່ງລາຍ​ຮັບ​ຕົວ​ຈິງ​ແມ່ນ​​ໄດ້​ຈາກ ຂົງ​ເຂດ​ກະສິກຳ, ການ​ປູກ​-ການ​ລ້ຽງ. ຄຽງ​ຄູ່ກັນ​ນັ້ນ ການ​ພັດທະນາ​ຕ່າງໆ ​ເປັນຕົ້ນ ການ​ຂະຫຍາຍ​ພື້ນຖານ​ໂຄງລ່າງ​ທີ່​ຈຳ​ເປັນ​ແມ່ນ​ໄດ້​ຮັບ​ການ​ແກ້​ໄຂ, ເສັ້ນທາງ​ຄົມມະນາຄົມ​ໄດ້​ຮັບ​ການ​ຍົກ​ລະດັບ, ການແກ້ໄຂຄວາມທຸກຍາກໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຄອບຄົວທຸກຍາກໃນທົ່ວແຂວງ ຫລຸດລົງຈາກ 2,56% ໃນປີ 2015 ຍັງເຫລືອ 1,62% ໃນປີ 2020.

ສຳລັບທິດ​ທາງ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ 5 ປີຄັ້ງ​ທີ VII (2021-2025) ເພື່ອ​ສ້າງ​ບາດ​ລ້ຽວ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ ​ໃຫ້​ແຂງ​ແຮງ, ໝັ້ນ​ທ່ຽງ ແລະ ຍືນ​ຍົງ, ​ແຂວງ​ໄຊ​ຍະ​ບູລີ ​ໄດ້ກຳ​ນົດວິ​ໄສ​ທັດຮອດ​ປີ 2030 “​ສູ້​ຊົນ​ສ້າງ​ແຂວງ​ໄຊ​ຍະ​ບູ​ລີ​ໃຫ້​ກາຍ​ເປັນ​ແຂວງ​ທີ່​ມີ​ການ​ກະ​ສິ​ກຳ​ສະ​ອາດ​ຕາມ​ທິດ​ສີ​ຂຽວ ແລະ ຍືນ​ຍົງ ​ຕິດ​ພັນ​ກັບ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ພັດ​ທະ​ນາ​ການ​ບໍ​ລິ​ການ​ທາງ​ຜ່ານ ແລະ ການ​ທ່ອງ​ທ່ຽວ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ”, ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຕາມ​ທ່າ​ແຮງ​ທີ່​ມີ​ຢ່າງ​ເຕັມ​ສ່ວນ​ ເພື່ອ​ບັນ​ລຸ​ເງື່ອນ​ໄຂ​ການຫລຸດ​ພົ້ນ​ອອກ​ຈາກ​ສະ​ຖາ​ນະ​ພາບ​ຄວາມ​ດ້ອຍ​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນ, ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ໃຫ້​ມີ​ປະ​ສິດ​ທິ​ຜົນ​ຕາມ​ທິດ​ສີ​ຂຽວ ແລະ ຍືນ​ຍົງ, ສ້າງ​ໃຫ້​ໄດ້​ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ຜະ​ລິດ​ທີ່​ສອດ​ຄ່ອງ​ກັບ​ຄວາມ​ອາດ​ສາ​ມາດ​ບົ່ມ​ຊ້ອນ ແລະ ທ່າ​ໄດ້​ປຽບ​ຂອງ​ແຂວງ, ພັດ​ທະ​ນາ​ເສດ​ຖະ​ກິດ​ໄປ​ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ສັງ​ຄົມ, ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ ເພື່ອ​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ​ມີ​ຄຸນ​ນະ​ພາບ ແລະ ຍືນ​ຍົງ; ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ມີ​ຄຸນ​ນະ​ພາບ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ; ພັດ​ທະ​ນາ​ຕາມ​ທິດ​ສີ​ຂຽວ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ; ພັດ​ທະ​ນາ​ຕາມ​ທິດ​ຮ່ວມ​ມື ເຊື່ອມ​ໂຍງ​, ​ເຊື່ອມຈອດ​ກັບ​ພາຍ​ໃນ ແລະ ພາກ​ພື້ນ.

5 ປີ ​​ເສດຖະກິດ​ຂອງ​​ແຂວງໄຊ​ຍະ​ບູລີ ຂະຫຍາຍ​ຕົວຕໍ່​ເນື່ອງ 6,7% ຕໍ່​ປີ - Visit Laos Visit SALANA BOUTIQUE HOTEL - 5 ປີ ​​ເສດຖະກິດ​ຂອງ​​ແຂວງໄຊ​ຍະ​ບູລີ ຂະຫຍາຍ​ຕົວຕໍ່​ເນື່ອງ 6,7% ຕໍ່​ປີ

 

5 ປີ ​​ເສດຖະກິດ​ຂອງ​​ແຂວງໄຊ​ຍະ​ບູລີ ຂະຫຍາຍ​ຕົວຕໍ່​ເນື່ອງ 6,7% ຕໍ່​ປີ - 3 - 5 ປີ ​​ເສດຖະກິດ​ຂອງ​​ແຂວງໄຊ​ຍະ​ບູລີ ຂະຫຍາຍ​ຕົວຕໍ່​ເນື່ອງ 6,7% ຕໍ່​ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!