ປະທານສະພາສະຫະລັດ ຮຽກຮ້ອງໃຫ້ ຢຶດອຳນາດຈາກ ທຣຳ ທັນທີ


ຂ່າວຈາກຕ່າງປະເທດ ວັນທີ 8 ມັງກອນນີ້ ລາຍງານວ່າ ປະທານສະພາສະຫະລັດ ທ່ານນາງ Nancy Pelosi ແລະ ສະມາຊິກວຸດທິສະພາ Chuck Schumer ຮຽກຮ້ອງໃຫ້ ຮອງປະທານາທິບໍດີ Mike Pence ຂັບໄລ່ ໂດນັລທຣຳ ອອກຈາກໜ້າທີ່ຂອງເຂົາທັນທີ.
ທ່ານ ນາງ Nancy Pelosi ກ່າວວ່າ: “ຂ້າພະເຈົ້າຮຽກຮ້ອງໃຫ້ ຮອງປະທານາທິບໍດີ ຈົ່ງຢຶດອຳນາດຈາກ ທຣຳ ທັນທີ ໂດຍອີງຕາມມາດຕາ 25 ຂອງລັດຖະທຳມະນູນ ຂອງສະຫະລັດ. ຖ້າ Pence ແລະ ຄະນະລັດຖະບານບໍ່ດຳເນີນການ, ສະພາຈະດຳເນີນ ການຟ້ອງຮ້ອງໂທດກຳຂອງ ທຣຳ, ເຖິງແມ່ນຍັງພຽງແຕ່ 13 ວັນເທົ່ານັ້ນກໍຕາມທີ່ ທຣຳ ຈະໝົດວາລະລົງ, ແຕ່ກໍສາມາດເກີດເຫດການທີ່ຫາຍຍະນະຂຶ້ນໄດ້ທຸກເວລາໃຫ້ແກ່ ສະຫະລັດ ອາເມລິກາ”
ໃນຂະນະດຽວ ສະມາຊິກວຸດທິສະພາ Chuck Schumer ກ່າວວ່າ: ການຈະລາຈົນເກີດຂຶ້ນຄັ້ງນີ້ ແມ່ນຍ້ອນ ທຣຳ ເປັນຜູ້ຍຸຍົງ ໃຫ້ຕ້ານກັບປະເທດຊາດ, ເຂົາບໍ່ສົມທີ່ຈະມີອຳນາດອີກຕໍ່ໄປ ແມ່ນແຕ່ວັນດຽວ.
ສຳນັກຂ່າວ NBC News ລາຍງານວ່າ ການຮຽກຮ້ອງ ຂັບໄລ່ ທຣຳ ມີຂຶ້ນ ໃນທ່າມກາງ ທີ່ ທຣຳ ເຂົ້າຮ່ວມຂະບວນປະທ້ວງໃນວັນທີ 6 ມັງກອນ ໃກ້ກັບທຳນຽບຂາວ ແລະ ຮຽກຮ້ອງໃຫ້ຜຸ້ສະໜັບສະໜູນຕົນ ບຸກເຂົ້າໄປ Capitol ເພື່ອສະແດງ ພະລັງແຮງ. ຫຼັງຈາກນັ້ນ ການປະທ້ວງໄດ້ກາຍເປັນການຈະລາຈົນທີ່ວຸ້ນວາຍ ແລະ ໄດ້ບຸກເຂົ້າໄປໃນສະພາ ທຳລາຍຊັບສິນຫຼາຍຢ່າງ.