ປີນີ້ລາວຈະປ່ອຍປາ 5 ລ້ານໂຕສູ່ແຫລ່ງນໍ້າທໍາມະຊາດ

- 19642521 1534457116648375 7296183444003416588 n - ປີນີ້ລາວຈະປ່ອຍປາ 5 ລ້ານໂຕສູ່ແຫລ່ງນໍ້າທໍາມະຊາດ
- kitchen vibe - ປີນີ້ລາວຈະປ່ອຍປາ 5 ລ້ານໂຕສູ່ແຫລ່ງນໍ້າທໍາມະຊາດ

ທ່ານ ອຸດົມ ສີປະເສີດ ຮັກສາການຫົວໜ້າກົມຄຸ້ມຄອງຊັບພະຍາກອນປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຮູ້ວ່າ: ເນື່ອງໃນໂອກາດສະເຫລີມສະຫລອງວັນປ່ອຍປາ, ອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດ ຄົບຮອບ 20 ປີ (13 ກໍລະກົດ 1997-13 ກໍລະກົດ 2017) ຂະແໜງການຕົນຈະສູ້ຊົນຊຸກຍູ້ຂະບວນການປ່ອຍປາຄືນສູ່ແຫລ່ງນໍ້າທຳມະຊາດໃນລະດັບເມືອງເພີ່ມຂຶ້ນໃຫ້ໄດ້ 5 ລ້ານໂຕໃນຂອບເຂດທົ່ວປະເທດ ເພື່ອສົ່ງເສີມການຂະຫຍາຍພັນສັດນ້ຳ ແລະ ສັດປ່າໃຫ້ມີຄວາມອຸດົມສົມບູນຢູ່ແຕ່ລະທ້ອງຖິ່ນ ດ້ວຍການຊຸກຍູ້ຂະບວນການປ່ອຍປາ, ສັດນ້ຳ ແລະ ສັດປ່າຄືນສູ່ທຳມະຊາດເຊັ່ນ: ປ່ອຍສັດຄືນສູ່ປ່າທຳມະຊາດ, ປ່ອຍປາລົງຕາມແມ່ນ້ຳລຳເຊ, ຫ້ວຍຮ່ອງຄອງບຶງ ແລະ ປ່ອຍຕາມສະລ້ຽງປາຂອງບຸກຄົນ ຫລື ສ່ວນລວມໃຫ້ເປັນຂະບວນຟົດຟື້ນ ເພື່ອເປັນການອະນຸລັກຮັກສາສັດນ້ຳ ແລະ ສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນໄວ້ຄຽງຄູ່ກັບປະເທດລາວເຮົາຕະຫລອດໄປ.

ທ່ານຮັກສາຫົວໜ້າກົມດັ່ງກ່າວ ໃຫ້ຮູ້ວ່າ: ໃນໂອກາດວັນດັ່ງກ່າວ ຈຶ່ງຢາກຮຽກຮ້ອງໃຫ້ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ ຈົ່ງໄດ້ກະກຽມພ້ອມເຂົ້າຮ່ວມຂະບວນການປົກປັກຮັກສາຊັບພະຍາກອນທຳມະຊາດ, ສັດນ້ຳ ແລະ ສັດປ່າ, ເປັນເຈົ້າການສະກັດກັ້ນການທຳລາຍຊັບພະຍາກອນປ່າໄມ້ທີ່ເປັນຖິ່ນທີ່ຢູ່ອາໄສຂອງສັດປ່າ, ການລັກລອບຄ້າຂາຍສັດນ້ຳ ແລະ ສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນ ລວມທັງເຄື່ອງປ່າຂອງດົງທີ່ຜິດກົດໝາຍ, ທຸກຄົນຕ້ອງຢຸດກິນ, ຢຸດລ່າ, ຢຸດຫາ ແລະ ຢຸດຂາຍ ເພື່ອຮັບປະກັນໃຫ້ຊັບພະຍາກອນທຳມະຊາດອັນມີຄຸນຄ່າຂອງປະເທດ ຢູ່ຄຽງຄູ່ກັບປະຊາຊົນລາວຕະຫລອດໄປ. ດັ່ງຄຳຂວັນທີ່ວ່າ: “ສັດນ້ຳມີຄ່າ ສັດປ່າມີຄຸນ”.

- Visit Laos Visit SALANA BOUTIQUE HOTEL - ປີນີ້ລາວຈະປ່ອຍປາ 5 ລ້ານໂຕສູ່ແຫລ່ງນໍ້າທໍາມະຊາດ
- 5 - ປີນີ້ລາວຈະປ່ອຍປາ 5 ລ້ານໂຕສູ່ແຫລ່ງນໍ້າທໍາມະຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!