ເບື້ອງຫຼັງຂອງການງຽບຫາຍໄປຂອງ ແຈັກມາ ໃນຫຼາຍເດືອນທີ່ຜ່ານມາ


ບັນດາບໍລິສັດຂອງ ແຈັກມາ ຖືກແຮງກົດດັນຢ່າງໜັກ, ແຕ່ເສດຖີພັນລ້ານຄົນນີ້ ບໍ່ໄດ້ອອກມາປາກົດຕົວຕໍ່ສາທາລະນະຊົນ ແຕ່ຫາກມິດງຽບໄປແຕ່ເດືອນຕຸລາ ປີທີ່ແລ້ວ ເປັນຕົ້ນມາ.
ກ່ອນໜ້ານີ້ ແຈັກມາ ເຄີຍເປັນຕົວແບບຂອງຄວາມສຳເລັດຂອງຄົນຈີນ ຊຶ່ງເລີ່ມຈາກການເປັນຄູສອນພາສາອັງກິດ ໄດ້ກາຍມາເປັນ ນັກທຸລະກິດ ຢູ່ອັນດັບຕົ້ນໆ ຂອງໂລກ. ໃນເມື່ອເຂົາຍັງຂັບເຄື່ອນບໍລິສັດ ອາລີບາບາ ຢູ່ນັ້ນ, ເຂົາມັກຈະອອກມາມີຄຳຄິດຄຳເຫັນຕໍ່ສາທາລະນະຊົນເປັນປະຈຳ ທັງເປັນນັກປາຖະກະຖາລະດັບສູງໃນຫຼາຍເຫດການໃຫ່ຍໆ ຂອງສາກົນ ເຊັ່ນໃນເວທີ ເສດຖະກິດໂລກ(WEF).
ພາຍຫຼັງເຂົາລາອອກຈາກຕຳແໜ່ງເປັນປະທານ ອາລີບາບາ ໃນປີ 2019 ແລ້ວ, ເຂົາກໍຍັງສືບຕໍ່ເປັນນັກປາຖະກະຖາຕາມເຄີຍ ເພື່ອໂຄສະນາໃຫ້ກັບໂຄງການ ມະນຸດສະທຳ ຊຶ່ງເປັນການເຄື່ອນໄຫວຫຼັກຂອງເຂົາ ໃນເວລາອອກຈາກຕຳແໜ່ງແລ້ວ. ບົດຂ່າວບົດຫຼ້າສຸດຂອງເຂົາ ອອກວັນທີ 17 ຕຸລາ ປີທີ່ແລ້ວ ຊຶ່ງເວົ້າເຖິງການປາຖະກະຖາຂອງຕົນ ໃນເວທີການສຶກສາໃນຈີນ.
ແຕ່ການປາກົດຕົວເທື່ອສຸດທ້າຍຂອງເຂົາແທ້ໆ ຕໍ່ສາທາລະນະຊົນ ແມ່ນເດືອນຕຸລາ ປີ 2020 ຢູ່ທີ່ ຊຽງໄຮ້. ຫຼັງຈາກນັ້ນກໍຫາຍໜ້າຫາຍຕາໄປຢ່າງງຽບໆ ໃນຄໍ່າຄືນຂອງການແຂ່ງຂັນ ຊອກຫານັກທຸລະກິດມືໃໝ່ຂອງທະວີບ ແອຟຣິກກາ ຊຶ່ງແມ່ນເຂົາເປັນຜູ້ຈັດຂຶ້ນເອງ. ຈາກນັ້ນມາພາບຂອງເຂົາກໍຖືກລຶບອອກຈາກໜ້າເວໄຊ ແລະ ກໍບໍມີໃນຄິບວີດີໂອ ໂຄສະນາຂອງການແຂ່ງຂັນອີກຕໍ່ໄປ.
ນັບແຕ່ເດືອນຕຸລາ 2020 ເປັນຕົ້ນມາ ບັນຊີທະວິດເຕີຂອງເຂົາ ກໍປິດການເຄື່ອນໄຫວ ຊຶ່ງເປັນເລື່ອງແປກປະຫຼາດ ຂອງຄົນທີ່ມັກໃຊ້ທະວິດຫຼາຍຄັ້ງຕໍ່ວັນ ດັ່ງ ແຈັກມາ.
ນັກສັງເກດການທັງຫຼາຍ ໄດ້ອອກມາວິພາກວິຈານການງຽບຫາຍໄປຢ່າງບັງເອີນຂອງແຈັກມາ. Duncan Clark ນາມປາກກາປຶ້ມທີ່ມີຊື່ວ່າ “Alibaba: The House that Jack Ma Built” ອະທິບາຍວ່າ ແຈັກມາກຳລັງມິດງຽບໄປຢູ່ໃນຈີນ.
ຫຼາຍຄົາສົງໄສວ່າ ການງຽບຫາຍໄປຂອງແຈັກມາ ແມ່ນເນື່ອງມາຈາກການຖະແຫຼງຂອງເຂົາຢູ່ທີ່ ຊຽງໄຣ້, ຫຼັງຈາກນັ້ນໜຶ່ງອາທິດ ກ່ອນ IPO ຂອງ Ant Group ຊຶ່ງເປັນບໍລິສັດຊຳລະສະສາງຂອງ ອາລີບາບາ ຖືກເຈົ້າໜ້າທີ່ອອກຄຳສັ່ງໂຈະການເຄື່ອນໄຫວ. ໃນເວທີດັ່ງກ່າວ ເຂົາໄດ້ອອກໜ້າອອກຕາວິພາກວິຈານລັດຖະບານຈີນທີ່ໄດ້ບີບຮັດຫົວຄິດປະດິດສ້າງຂອງເຂົາວ່າມີຄວາມສ່ຽງ. ແຈັກມາ ກ່າວວ່າ “ສິ່ງທີ່ພວກເຮົາຕ້ອງການແມ່ນການສ້າງລະບົບການເງິນທີ່ເຂັ້ມແຂງ, ຫາກບໍ່ແມ່ນສ້າງຄວາມສ່ຽງໃຫ້ລະບົບການເງິນ. ຫົວຄິດປະດິດສ້າງຫາກບໍ່ໄປຄຽງຄູ່ກັບຄວາມສ່ຽງ ມັນຈະກີດຂວາງບາດກ້າວກະໂດດ, ບໍ່ມີຫົວຄິດປະດິດສ້າງໃດທີ່ບໍ່ໄປຄຽງຄູ່ກັບຄວາມສ່ຽງໃນໂລກນີ້”.
ແຈັກມາ ຍັງໃຫ້ຮູ້ວ່າ ທະນາຄານປະເພນີ ເຄື່ອນໄຫວເໝືອນກັບ ຮ້ານ “ຊວດຈຳ” ເພາະຮຽກຮ້ອງໃຫ້ມີຊັບຄໍ້າປະກັນ ກ່ອນຈະມີການກູ້ຢືມ. ເຂົາຍັງຢືນຢັນວ່າ: ຫົວຄິດປະດິດສ້າງດັ່ງກ່າວ ອາດຈະຊ່ວຍແກ້ໄຂບັນຫາການເງິນຂອງລັດຖະບານຈີນມີການປ່ຽນແປງໃໝ່.
ບໍ່ພໍເທົ່າໃດວັນ ເຈົ້າໜ້າທີ່ຈີນ ໄດ້ເຕົ້າລວມ ຈັກມາ ແລະ ການນຳຂອງ Ant Group ເພື່ອຊັກຖາມກ່ຽວກັບ ‘ຂໍ້ກຳນົດ’, ຫຼັງຈາກນັ້ນ IPO Ant Group ກໍຖືກຫ້າມເຄື່ອນໄຫວ ແລະ ຮຽກຮ້ອງໃຫ້ມີການປະຕິຮູບຄືນໃໝ່. ເຈົ້າໜ້າທີ່ຂອງຈີນຍັງຕຳນິບໍລິສັດດັ່ງກ່າວວ່າ ມີການແກ້ງແຍ່ງແຂ່ງຂັນທີ່ບໍ່ເປັນທຳ ແລະ ເຮັດໃຫ້ເສຍຜົນປະໂຫຍດຂອງຜູ້ຊົມໃຊ້.
ນອກຈາກນັ້ນ, ອາລີບາບາ ຍັງຖືກເຈົ້າໜ້າທີ່ຈີນ ກວດສອບ ແລະກ່າວຫາວ່າ ຜູກຂາດຜູ້ດຽວ. ກ່ອນນັ້ນ ໜຶ່ງເດືອນ 2 ຫົວໜ່ວນທຸລະກິດຂອງ ແຈັກມາ ຍັງຖືກເຈົ້າໜ້າທີ່ຈີນ ປັບໄໝ ຍ້ອນບໍ່ລາຍງານທຸລະກິດ M&A. ອາລີບາບາ ບໍ່ສະເພາະແຕ່ຖືກກົດດັນຈາກລັດຖະບານຈີນ, ອາລີບາບາ ຍັງຖືກກົດດັນຈາກ ສະຫະລັດອີກດ້ວຍ.
ຫຼາຍຄົນໃຫ້ຄວາມສັງເກດວ່າ ການງຽບຫາຍໄປຂອງ ແຈັກມາ ອາດຈະແມ່ນເນື່ອງມາຈາກເຫດການ ຢູ່ຊຽງໄຮ້ ນັ້ນເອງ ທີ່ເຂົາໄດ້ວິພາກວິຈານລະບົບຄຸ້ມຄອງການເງິນຂອງລັດຖະບານຈີນ. ເຖິງຢ່າງໃດກໍຕາມ ເຖີງຂະນະນີ້ ຍັງບໍ່ຮູ້ຈະແຈ້ງວ່າ ໄປໃສ? ຢູ່ໃສ? ແລະ ເປັນແນວໃດ?