ສປຊ ຮຽກຮ້ອງໃຫ້ ສປປ ເກົາຫຼີ ປະຕິບັດມະຕິສະພາຄວາມໝັ້ນຄົງ
March 21, 2017 - 5:59 PM


ທ່ານ ຮາກ ໄດ້ຕອບຄຳຖາມໃນການຖະແຫຼງຂ່າວໃນມື້ດຽວກັນວ່າ: ທ່ານ ກູເທີເລັສ ສະແດງຄວາມເປັນຫ່ວງຕໍ່ສປປ ເກົາຫຼີ ທີ່ດຳເນີນການທົດລອງຍິງລູກສອນໄຟປະເພດຕ່າງໆ ແລະ ຮຽກຮ້ອງໃຫ້ ສປປ ເກົາຫຼີ ຈົ່ງປະຕິບັດຕາມມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງຢ່າງຮອບດ້ານ, ຫຼີກເວັ້ນບໍ່ໃຫ້ທ້າທາຍເກາະຜິດຕື່ມອີກ ແລະ ປະຕິບັດພັນທະສາກົນຂອງຕົນຢ່າງຮອບດ້ານ.
ຂ່າວສານສູນກາງເກົາຫຼີ ລາຍງານໃນວັນທີ 19 ມີນານີ້ວ່າ: ປະເທດຕົນໄດ້ດຳເນີນການທົດລອງເຄື່ອງມໍເຕີຂອງຈະຫຼວດທີ່ມີສະມັດຖະພາບສູງຮຸ່ນໃໝ່ຢູ່ເທິງໜ້າດິນເມື່ອມໍ່ໆນີ້.