ສະຫວັນນະເຂດຈະພັດທະນາເຂື່ອນເຊສາລະນອງ ເປັນແຫລ່ງທ່ຽວຂອງແຂວງ

- klwww - ສະຫວັນນະເຂດຈະພັດທະນາເຂື່ອນເຊສາລະນອງ ເປັນແຫລ່ງທ່ຽວຂອງແຂວງ
- kitchen vibe - ສະຫວັນນະເຂດຈະພັດທະນາເຂື່ອນເຊສາລະນອງ ເປັນແຫລ່ງທ່ຽວຂອງແຂວງ

ທ້າຍອາທິດຜ່ານມານີ້, ພະ ແນກຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວແຂວງສະ ຫວັນນະເຂດໄດ້ລົງສຳຫລວດ ຂໍ້ມູນເຂື່ອນຊົນລະປະທານ ເຊສາ ລະນອງເພື່ອພັດ ທະນາ ໃຫ້ກາຍເປັນແຫລ່ງທ່ອງທ່ຽວຂອງ ແຂວງ ເຊິ່ງສາມາດກຳນົດໃຫ້ມີ ເຂດບໍລິການເພື່ອສ້າງສິ່ງຮອງ ຮັບນັກທ່ອງທ່ຽວ; ເຂດບໍລິການ ທ່າເຮືອນຳທ່ຽວ; ເຂດສະຫງວນ ເພື່ອພັດທະນາ ເປັນສວນສາທາ ລະນະກົມກືນກັບທຳມະຊາດ; ເຂດບໍລິການຊື້-ຂາຍຜະລິດຕະພັນຊຸມຊົນທ້ອງຖິ່ນ ແລະ ສະ ຖານທີ່ຈອດລົດ; ເຂດອະນຸລັກ ແລະປະຕິສັງຂອນພະພຸດທະ ຮູບເພື່ອສັກກະ ລະບູຊາ; ເຂດບໍລິການຈັດງານບຸນປະເພນີ ຊ່ວງເຮືອປະຈຳປີ ຫລື ປີໃໝ່; ເຂດສະຫງວນເປັນດອນກາງ ນ້ຳອ່າງເກັບນ້ຳເຊສາລະລອງ (ບ້ານດອນງົວເກົ່າ) ເພື່ອເປັນ ບ່ອນເຮັດການ ຜະລິດກະສິ ກຳ-ການທ່ອງທ່ຽວເຂົ້າມາ ທ່ຽວ ແລະ ສ້າງເຂດບໍລິການ ເປັນທ່າເຮືອນຳທ່ຽວຊົມເຊສາລະລອງ, ໂດຍມີສອງທ່າເຮືອ ບໍລິການ, ທັງນີ້ກໍເພື່ອພັດທະນາ ເຂດດັ່ງກ່າວໃຫ້ເກີດ ປະໂຫຍດ ໃນດ້ານການທ່ອງທ່ຽວເພື່ອສ້າງແຫລ່ງລາຍຮັບໃຫ້ແກ່ປະ ຊາຊົນພາຍໃນເມືອງກໍຄືແຂວງ ໃຫ້ຂະຫຍາຍຕົວດີຂຶ້ນ.

 

- Visit Laos Visit SALANA BOUTIQUE HOTEL - ສະຫວັນນະເຂດຈະພັດທະນາເຂື່ອນເຊສາລະນອງ ເປັນແຫລ່ງທ່ຽວຂອງແຂວງ

 

+ ໂຄງການໄຟຟ້ານ້ຳງຽບຈັດພິທີກັກເກັບນ້ຳໃນອ່າງດັດສົມ

+ ສະຫວັນນະເຂດ-ເທື່ອທຽນເຫ້ວ ເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ

+ ແຂວງສະຫວັນນະເຂດຮ່ວມໃຈປ່ອຍປາສູ່ທຳມະຊາດ

 

- 3 - ສະຫວັນນະເຂດຈະພັດທະນາເຂື່ອນເຊສາລະນອງ ເປັນແຫລ່ງທ່ຽວຂອງແຂວງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!