ກອງປະຊຸມສຸດຍອດ G20 ຄາດວ່າ ຈະຮ້ອນແຮງທີ່ສຸດໃນຮອບຫລາຍປີ




ແບກແລງ 5 ກໍລະກົດ: ຜູ້ນຳໂລກຈາກກຸ່ມປະເທດເສດຖະກິດຂະໜາດໃຫຍ່ (G20) ຈະພົບກັນຢູ່ເມືອງຮຳບຸກຂອງເຢຍລະມັນ ໃນວັນທີ 7-8 ກໍລະກົດນີ້ ທ່າມກາງບັນຫາຄວາມຂັດແຍ່ງກັນຢ່າງຫລວງຫລາຍ, ຄາດວ່າຈະເປັນກອງປະຊຸມສຸດຍອດ G20 ທີ່ຮ້ອນແຮງທີ່ສຸດໃນຮອບຫລາຍປີ.
ກອງປະຊຸມສຸດຍອດ G20 ເທື່ອນີ້ອາດຈະໃຫ້ຄວາມສຳຄັນເລື່ອງ ສປປ ເກົາຫລີ ປະສົບຜົນສຳເລັດໃນການທົດລອງຍິງລູກສອນໄຟຂ້າມທະວີບເປັນເທື່ອທຳອິດໃນວັນທີ 4 ກໍລະກົດ ເຊິ່ງກົງກັບວັນຊາດອາເມລິກາ ລົບຄຳທ້າທາຍຂອງປະທານາທິບໍດີ ໂດນັນ ທຣຳ ທີ່ປະກາດວ່າ: ສປປ ເກົາຫລີ ຈະບໍ່ມີທາງຄອບຄອງລູກສອນໄຟຂ້າມທະວີບໄດ້.
ຂະນະດຽວກັນຫລາຍຝ່າຍກຳລັງເຝົ້າຕິດຕາມວ່າ: ທ່ານ ທຣຳ ຈະສະແດງທ່າທີແນວໃດກັບນາຍົກລັດຖະມົນຕີ ອັງເກລາ ແມເຄິລ ຂອງເຢຍະມັນ ທີ່ປະກາດໃຫ້ເລື່ອງການປົກປ້ອງສະພາບອາກາດເປັນພາລະກິດຕົ້ນຕໍຂອງເຢຍລະມັນໃນຖານະເຈົ້າພາບ G20 ພາຍຫລັງທ່ານ ທຣຳ ປະກາດໃນເດືອນກ່ອນວ່າ: ຈະຖອນອາເມລິກາ ເຊິ່ງເປັນປະເທດປ່ອຍແກັສເຮືອນແກ້ວສູງເປັນອັນດັບສອງຂອງໂລກອອກຈາກຂໍ້ຕົກລົງປາຣີປີ 2015 ທີ່ຕ້ອງການຈຳກັດອຸນຫະພູມໂລກບໍ່ໃຫ້ສູງເກີນ 2 ອົງສາ ຈາກຍຸກກ່ອນປະຕິວັດອຸດສາຫະກຳ.


ສ່ວນບັນຫາທີ່ຜູ້ນຳ G20 ຮັບປາກກັນທຸກຄັ້ງ, ແຕ່ຄາດວ່າຈະບໍ່ໄດ້ເຫັນໃນກອງປະຊຸມຄັ້ງນີ້ ຄືການຕໍ່ຕ້ານການປົກປ້ອງທາງການຄ້າ ເພາະທ່ານ ທຣຳ ຍົກນະໂຍບາຍຊື້ຂອງອາເມລິກາ, ຈ້າງວຽກອາເມລິການັບແຕ່ຫາສຽງເລືອກຕັ້ງປີກ່ອນ. ມີຂ່າວວ່າລັດຖະບານອາເມລິກາກຽມຮຽກເກັບພາສີລົງໂທດເຫລັກນຳເຂົ້າສູງເຖິງ 20% ເຊິ່ງຈະເຮັດໃຫ້ຫລາຍປະເທດໃນ G20 ທີ່ເປັນຜູ້ສົ່ງອອກເຫລັກລາຍໃຫຍ່ອອກມາດຕະການລົງໂທດຕອບໂຕ້ອາເມລິກາເຊັ່ນກັນ.
ນອກຈາກນີ້ ຍັງຈະມີກອງປະຊຸມລະດັບທະວີພາຄີຂອງຜູ້ນຳຫລາຍປະເທດທີ່ມີຄວາມຂັດແຍ່ງກັນເຊັ່ນ: ອາເມລິກາ-ຣັດເຊຍເລື່ອງຊີຣີ ແລະ ອູແກຣນ, ອາເມລິກາ-ຈີນເລື່ອງ ສປປ ເກົາຫລີ ແລະ ໄຕ້ຫວັນ, ເຢຍລະມັນ-ຕວກກີເລື່ອງຕວກກີປາບກະບົດ ແລະ ລະເມີດສິດທິມະນຸດ.
ກອງປະຊຸມສຸດຍອດ G20 ຄັ້ງນີ້ເປັນຄັ້ງທີ 12 ພາຍຫລັງເລີ່ມຄັ້ງທຳອິດໃນປີ 2008 ຢູ່ນະຄອນຫລວງວໍຊິງຕັນຂອງອາເມລິກາ ຫວັງຫາລືຫົນທາງເຮັດໃຫ້ເສດຖະກິດໂລກເຕີບໃຫຍ່ຢ່າງສົມດູນ ແລະ ຍືນຍົງ, ແຕ່ຖືກວິຈານວ່າເປັນການຕັ້ງຂຶ້ນບົດບັງບົດບາດຂອງອົງການສາກົນ ຄືສະຫະປະຊາຊາດ (UN), ທະນາຄານໂລກ ແລະ ກອງທຶນເງິນຕາສາກົນ (IMF).