ຢຸດໂຄງການລົດເມຂອງຈີນທີ່ແລ່ນຕາມລາງຂອບຖະໜົນ
ສ້າງກະແສໄດ້ຢ່າງຫຼວງຫຼາຍໃນປີກາຍ ກັບພາບຂອງລົດເມສຸດໄຮເທັກຂອງເມືອງຈີນ ທີ່ສາມາດຮັບມືກັບບັນຫາລົດຕິດດ້ວຍການແລ່ນຕາມຂອບຖະໜົນ ເຊິ່ງມີການຂະໜານນາມໃຫ້ກັບລົດເມປະເພດນີ້ວ່າ Straddling bus ແຕ່ບາງຄົນໃຫ້ຄວາມເຫັນວ່າມັນຄືກັບລົດຄັນໃຫຍ່ ທີ່ແລ່ນໂອບລົດຄັນນ້ອຍ ທີ່ແລ່ນຕາມຖະໜົນ.


ແຕ່ເບິ່ງວ່າໃນຕອນນີ້ ອະພິມະຫາໂປຣເຈັກລົດເມແລ່ນຕາມລາງຂອບຖະໜົນເປັນອັນຕ້ອງຢຸດລົງແລ້ວ ອ້າງອີງຈາກແຫຼ່ງຂ່າວ Quartz ທີ່ມີການລາຍງານວ່າ: ຕໍາຫຼວດໃນເມືອງປັກກິ່ງ ກໍາລັງກວດສອບບໍລິສັດທີ່ຢູ່ເບື່ອງຫຼັງລົດເມແລ່ນຕາມລາງຂອບຖະໜົນນີ້ ກ່ຽວກັບການເພີ່ມຂຶ້ນຂອງລາຍຮັບຢ່າງຜິດປົກກະຕິ ຜ່ານຊ່ອງທາງການຫາເງິນແບບອອນລາຍ ເຊິ່ງຂ່າວນີ້ຖືກປ່ອຍອອກມາໜຶ່ງງອາທິດພາຍຫຼັງທາງການຈີນ ໄດ້ອອກມາປະກາດວ່າ ຈະມີການຮື້ຖອນລະບົບລາງສໍາລັບການແລ່ນທົດລອງຂອງລົດເມນີ້ທີ່ມີຄວາມຍາວ 300 ແມັດ.
ແຫຼ່ງຂ່າວຍັງໄດ້ມີການລາຍງານອີກວ່າ Bai Zhiming ເຊິ່ງເປັນປະທານຂອງບໍລິສັດ TEB Technology Development ທີ່ເປັນເຈົ້າຂອງໂຄງການລົດເມແລ່ນຕາມລາງຂອບຖະໜົນ ລວມກັບທີມງານອີກ 30 ຄົນໄດ້ຖືກຄວບຄຸມໂຕໂດຍຕໍາຫຼວດ ເຊິ່ງການຄວບຄຸມໂຕເກີດຂຶ້ນພາຍຫຼັງທາງ Bai Zhiming ໄດ້ໃຫ້ສໍາພາດກັບສື່ໃນປະເທດຈີນວ່າ: ຈະຍ້າຍໂຄງການລົດເມແລ່ນຕາມລາງຂອບຖະໜົນ ໄປສ້າງໃນເມືອງອື່ນໄດ້ພຽງວັນດຽວເທົ່ານັ້ນ ເປັນການປິດສາກໂຄງການນີ້ລົງຢ່າງຖາວອນ.
ແຕ່ໃນເວລານີ້ ເບິ່ງຄືວ່າຊາວຈີນຈະມີຄວາມຫວັງໃຫມ່ ກັບລະບົບຂົນສົ່ງມວນຊົນທີ່ຈະມາແກ້ໄຂບັນຫາຈະລາຈອນ ເຊິ່ງສິ່ງນີ້ມີຊື່ວ່າ Autonomous Rail Rapid Transit (ART) ລັກສະນະເປັນລົດລາງທີ່ແລ່ນເທິງຖະໜົນຄ້າຍຄືລົດເມ ແຕ່ແທນທີ່ຈະແລ່ນເທິງລາງແທ້ໆ ລົດຄັນດັ່ງກ່າວນີ້ຈະແລ່ນເທິງເລນຖະໜົນ ທີ່ມີຂີດກັ້ນດ້ວຍເສັ້ນສີຂາວ 2 ເສັ້ນ ເຮັດໃຫ້ບໍ່ຕ້ອງລົງທຶນຕິດຕັ້ງລາງລົດໄຟເທິງທ້ອງຖະໜົນ ເຊິ່ງເປັນການປະຢັດງົບປະມານໄດ້ມະຫາສານ ແລະ ໂຄງການນີ້ເບິ່ງວ່າຈະມີຄວາມໝັ້ນຄົງຫຼາຍກວ່າ ໂຄງການລົດເມທີ່ຍົກເລີກໄປ ເພາະບໍລິສັດທີີ່ຊື່ວ່າ CRRC ທີ່ຢູ່ເບື້ອງຫຼັງ ART ນັ້ນເປັນບໍລິສັດດ້ານການກໍ່ສ້າງ ແລະການວິສະວະກໍາທີ່ໃຫຍ່ເປັນອັນດັບ 2 ຂອງໂລກ ແລະ ລົດລາງ ART ຈະໃຫ້ບໍລິການເປັນເສັ້ນທາງທໍາອິດໃນເມືອງ Zhuzhou ພາຍໃນປີ 2018.