ລາກາແຊັດ ກວດຮ່າງກາຍກັບ ອາເຊນອລ ແລ້ວ

- 4337 - ລາກາແຊັດ ກວດຮ່າງກາຍກັບ ອາເຊນອລ ແລ້ວ
- kitchen vibe - ລາກາແຊັດ ກວດຮ່າງກາຍກັບ ອາເຊນອລ ແລ້ວ

- 4337 300x199 - ລາກາແຊັດ ກວດຮ່າງກາຍກັບ ອາເຊນອລ ແລ້ວ
ອະເລັກຊອງ ລາກາແຊັດ ກອງໜ້າຂອງທີມ ໂອລິມປິກ ລີ ຍົງ ເດີນທາງມາເຂົ້າຮັບກວດ ຮ່າງກາຍກັບ ອາເຊນອລ ແລ້ວ ໃນວັນທີ 04 ກໍລະກົດນີ້ ກ່ອນທີ່ ຈະຍ້າຍມາ ອາເຊນອລ ດ້ວຍຄ່າ ໂຕເປັນສະຖິຕິສະໂມສອນ 44 ລ້ານປອນ ຕາມລາຍງານຈາກ ສື່ຫຼາຍແຫ່ງຂອງເມືອງ ຝຣັ່ງ.
ກອງໜ້າອາຍ 26 ປີ ຈະ ເຊັນສັນຍາໃນຖິ່ນ ເອມີເຣດ ເປັນ ເວລາ 5 ປີ ພ້ອມກັບເປັນນັກເຕະ ທີ່ ອາເຊນອລ ຊື້ມາແພງສຸດທຳ ລາຍສະຖິຕິເກົ່າທີ່ ເມຊຸດ ໂອຊິລ ກອງກາງ ທີມຊາດເຢຍລະມັນ ຍ້າຍມາຈາກ ຣິນ ມາດຣິດ ເມື່ອປີ 2013 ດ້ວຍຄ່າ 42.5 ລ້ານ ປອນ.
ທັງນີ້ ລາກາແຊັດ ຈະເປັນ ນັກເຕະຄົນທີ 2 ທີ່ ອາເຊນອລ ດຶງ ມາເສີມທີມໃນລະດູການນີ້ ຕໍ່ຈາກ ເຊອັດ ໂຄລາຊິນັດ ແບັກຊ້າຍ ທີມຊາດບອສເນຍ ທີ່ຍ້າຍມາ ຈາກ ຊາລເກ 04 ແບບບໍ່ມີຄ່າ ໂຕ.

- 5 - ລາກາແຊັດ ກວດຮ່າງກາຍກັບ ອາເຊນອລ ແລ້ວ
- Visit Laos Visit SALANA BOUTIQUE HOTEL - ລາກາແຊັດ ກວດຮ່າງກາຍກັບ ອາເຊນອລ ແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!