ປະກາດແຕ່ງຕັ້ງ ສະຫະພັນກິລາເບສບອນແຫ່ງຊາດ ຢ່າງເປັນທາງການ
July 5, 2017 - 3:23 PM




ພິທີປະກາດແຕ່ງຕັ້ງ ສະຫະ ພັນ ແລະ ຄະນະບໍລິຫານງານ ສະ ຫະພັນເບສບອນ ໄດ້ຈັດຂຶ້ນເມື່ອ ວັນທີ 03 ກໍລະກົດຜ່ານມາ ທີ່ ໂຮງແຮມເມືອງແທງ ບ້ານໂພນ ສີນວນ ເມືອງສີສັດຕະນາກ ນະ ຄອນຫຼວງວຽງຈັນ ໂດຍໃຫ້ກຽດ ເຂົ້າຂອງ ທ່ານ ບົວລານ ສິລິປັນ ຍາ ຮອງລັດຖະມົນຕີ ກະຊວງ ສສກ ທັງເປັນຮອງປະທານຄະ ນະກຳມະການໂອແລມປິກແຫ່ງ ຊາດລາວ, ທ່ານ ຮສ.ປອ ຄຳ ຜາຍ ສີສະຫວັນ ຮອງລັດຖະມົນ ຕີ ກະຊວງ ສສກ, ປະທານ ສະ ຫະພັນເບສບອນແຫ່ງຊາດ ແລະ ທ່ານ ຢອງ ຄັນ ຮຸນ ເອກອັກຄະ ລັດຖະທູດ ສ.ເກົາຫຼີ ປະຈຳລາວ, ມີຕ່າງໜ້າຈາກສະຖານທູດ ສະ ຫະລັດ ອາເມຣິກາ ປະຈຳລາວ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ສືມວນຊົນເຂົ້າຮ່ວມເປັນສັກຂີພິ ຍານ.
ໂອກາດນີ້ ທ່ານ ສຸລະສິດ ອຸປຣວັນ ຮອງປະທານ ສະຫະ ພັນເບສບອນແຫ່ງຊາດ ລາຍ ງານໃຫ້ຮູ້ວ່າ: ກິລາເບສບອນ ແມ່ນເປັນກິລາປະເພດໜຶ່ງທີ່ກຳ ເນີດຢູ່ ປະເທດສະຫະລັດ ອາເມ ຣິກາ ແລະ ໄດ້ຖືກບັນຈຸເຂົ້າແຂ່ງ ຂັນງານມະຫະກຳກິລາໂອແລມປິກສາກົນ ແຕ່ປີ 1992 ແລະ ໃນປີ 2020 ປະເທດຢິ່ປຸ່ນ ຮັບ ກຽດເປັນເຈົ້າພາບ, ກິລາດັ່ງກ່າວ ກໍຖືກບັນຈຸເຂົ້າຮ່ວມແຂ່ງຂັນເຊັ່ນ ກັນ. ສຳລັບໃນ ສປປ ລາວ ເຮົາ ກິລາເບສບອນ ແມ່ນເປັນກິລາ ນ້ອງໃໝ່ທີ່ຫາກໍມີການຈັດຕັ້ງ ເຄື່ອນໄຫວ ໂດຍແມ່ນ ທ່ານ ເຈ ຊັງ ອຸກ ຄູເຝິກອາສາສະໝັກຈາກ ສ.ເກົາຫຼີ ເປັນຜູ້ລິເລີ່ມ ແລະ ສ້າງ ຕັ້ງສະໂມສອນ ລາວ ເຈບຣາເດີ ໃນວັນທີ 03 ພະຈິກ 2013 ຕໍ່ມາ ກໍມີຜູ້ຊ່ຽວຊານ, ທີ່ປຶກສາ ແລະ ພະນັກງານ ບັນດາອົງການ ຕ່າງໆ ໂດຍສະເພາະຈາກ ຢິ່ປຸ່ນ ແລະ ສ.ເກົາຫຼີ ໄດ້ຊ່ວຍການສອນ ນັກກິລາລາວ ແລະ ໄດ້ເຝິກຊ້ອມ ກິລາດັ່ງກ່າວ ຈົນມາເຖິງປັດຈຸບັນ ພ້ອມທັງມີການເຄື່ອນໄຫວຢ່າງຕໍ່ເນື່ອງ ແລະ ມີການສ້າງຕັ້ງສະໂມ ສອນກິລາເບສບອນຢູ່ 3 ໂຮງ ຮຽນສາມັນຄື: ມ.ຕົ້ນ ສີສັດຕະ ນາກ, ມສ ໄຊເຊດຖາ ແລະ ມສ ວຽງຈັນ. ຫຼັງຈາກນັ້ນກໍມີການ ຄັດເລືອກນັກກິລາຄັ້ງທຳອິດໃນ ຈຳນວນ 70 ຄົນ ເພື່ອເຂົ້າຮ່ວມ ແຂ່ງຂັນລາຍການນາໆຊາດ ທີ່ ສ.ເກົາຫຼີ ແລະ ຈັດແຂ່ງຂັນພາຍ ໃນ 6 ຄັ້ງ ພ້ອມທັງມີການປະ ສານພົວພັນກັບສາກົນ ໄດ້ຮັບ ການສະໜັບສະໜູນຢ່າງຫຼວງ ຫຼາຍ. ແນວໃດກໍຕາມ ໃນໂອ ກາດທີ່ຮັບການແຕ່ງຕັ້ງ ສະຫະ ພັນກິລາເບສບອນແຫ່ງຊາດ ຢ່າງເປັນທາງການນັບຈາກນີ້ ເປັນຕົ້ນໄປ ຄະນະບໍລິຫານງານ ຂອງພວກເຮົາກັນສຸມໃສ່ວາງ ແຜນຢ່າງຮອບດ້ານ ເພື່ອພັດທະ ນາ ແລະ ນຳພາທັບນັກກິລາລາວ ມີທ່າກ້າວທີ່ພົ້ນເດັ່ນໃນລະດັບ ພາກພຶ້ນ ແລະ ສາກົນ.
ສຳລັບຄະນະບໍລິຫານ ສະ ຫະພັນກິລາເບສບອນແຫ່ງຊາດ ປະກອບມີ ທ່ານ ຄຳຜາຍ ສີສະ ຫວັນ ຮອງລັດຖະມົນ ຕີ ກະຊວງ ສສກ ເປັນປະທານ, ທ່ານ ລີ ແມນຊູ ຮອງປະທານ, ທ່ານ ສຸລະ ສິດ ອຸຢຣາວັນ ຮອງ ປະທານ ແລະ ເລາຂາທິການ, ທ່ານ ບຸນ ເຣັງ ສຸດທິຈັກ ຮອງ ປະທານ ແລະ ນາຍຄັງ. ນອກ ຈາກນີ້ ກໍຍັງມີາຮອງເລຂາ 1 ທ່ານ ແລະ ຄະນະກຳການອີກ 3 ທ່ານ.
ຂ່າວຈາກ:laosportnews.com.