ເຕັກນິກການປະຕິເສດຄົນໃຫ້ເປັນ
July 5, 2017 - 12:00 PM


ຫລາຍທ່ານອາດເຄີຍເຈິເຫດການທີ່ຖືກຊັກຊວນໃຫ້ໄປໃສ ຫລື ເຮັດຫຍັງໂດຍທີ່ໃຈໂຕເອງບໍ່ຢາກເຮັດ, ແຕ່ກໍຍາກທີ່ຈະປະຕິເສດໄດ້ ເຮັດໃຫ້ເກີດຄວາມລຳບາກໃຈ, ຫຍຸ້ງຍາກໃຈ ແລະ ເຮັດໃຫ້ບໍ່ມີຄວາມສຸກກັບສິ່ງໆນັ້ນ. ມື້ນີ້ເຮົາມີ 11 ວິທີປະຕິເສດຄົນໃຫ້ເປັນມາແນະນຳທ່ານ.
- ເຄົາລົບຄວາມຮູ້ສຶກຂອງໂຕເອງ : ເຊື່ອແນ່ນອນວ່າການປະຕິເສດຫຍັງຈັກຢ່າງນັ້ນ ເທົ່າກັບວ່າສິ່ງນັ້ນເປັນສິ່ງທີ່ທ່ານບໍ່ຢາກຫຍຸ້ງກ່ຽວ ຫລື ວຸ້ນວາຍນຳ. ດັ່ງນັ້ນ, ເມື່ອທ່ານມີຄວາມຮູ້ສຶກແບບນັ້ນກໍຄວນຈະເຄົາລົບຄວາມຮູ້ສຶກຂອງໂຕທ່ານເອງ ເພາະຫາກທ່ານຕອບຮັບກັບສິ່ງນັ້ນໄປແລ້ວຈະສົ່ງຜົນເຮັດໃຫ້ທ່ານໝົດຄວາມມ່ວນ ແລະ ບໍ່ມີຄວາມສຸກກັບມັນເລີຍ.
- ຄິດເຖິງສິ່ງທີ່ຈະຕາມມາ : ໃຫ້ທ່ານຄິດຢ່າງຮອບຄອບ, ຄິດຢ່າງລະອຽດເຖິງສິ່ງທີ່ທ່ານເຮັດ, ໃຫ້ລອງຄິດເບິ່ງວ່າຫາກທ່ານຕົກລົງໄປແລ້ວນັ້ນ ສິ່ງທີ່ທ່ານຕ້ອງປະສົບພົບເຈີນັ້ນມີຫຍັງແດ່. ຂະນະດຽວກັນ ຫາກທ່ານປະຕິເສດຈະເຮັດໃຫ້ທ່ານຮູ້ສຶກດີຂຶ້ນຫລືບໍ່, ລອງຄິດ ແລະ ປຽບທຽບກັບສິ່ງທີ່ອາດຈະເກີດຂຶ້ນ.
- ໝັ້ນໃຈວ່າປະຕິເສດແລ້ວບໍ່ສົ່ງຜົນກະທົບ : ໃນການປະຕິເສດສິ່ງໃດໆກໍແລ້ວແຕ່ ທ່ານຄວນຈະຄຳນຶງເຖິງຜູ້ຊວນ ຫລື ຜູ້ໃຫ້ນຳວ່າຫາກທ່ານປະຕິເສດໄປແລ້ວ ຈະສົ່ງຜົນກະທົບຫຍັງກັບເຂົາຫລືບໍ່ ຢ່າງໜ້ອຍໆກໍເພື່ອໃຫ້ເປັນການຮັກສານຳ້ໃຈຂອງເຂົາຄົນນັ້ນໄວ້.
- ຫາວິທີບອກປະຕິເສດໃຫ້ເໝາະສົມ : ເມື່ອທ່ານຖືກຊັກຊວນໃຫ້ໄປໃສ ຫລື ເຮັດຫຍັງ ກໍອາດຈະພົບວິທີການຊັກຊວນໃນຫລາກຫລາຍຮູບແບບ ທັງການຊວນຕໍ່ໜ້າ, ຊວນທາງໂທລະສັບ, ຊວນທາງອີເມວ ແລະ ອື່ນໆອີກຫລວງຫລາຍ. ດັ່ງນັ້ນ, ເວລາທີ່ທ່ານຕອບກັບໄປກໍຄວນຈະເລືອກຕອບໃຫ້ເໝາະສົມ ຫລື ໃຫ້ເຂົາຮັບຮູ້ໄດ້ດີທີ່ສຸດ.
- ມີເຫດຜົນໃນການປະຕິເສດ : ທ່ານຄວນບອກເຫດຜົນໃນການປະຕິເສດພຽງສັ້ນໆເທົ່ານັ້ນ ເອົາແບບສັ້ນໆງ່າຍໆໄດ້ໃຈຄວາມ, ຢ່າຍືດຍາວ ເພາະມັນຈະຍິ່ງເຮັດໃຫ້ໜ້າລຳຄານ ແລະ ບໍ່ຈິງໃຈ ຄືກັບພະຍາຍາມຫາຂໍ້ອ້າງມາປະຕິເສດຫລາຍກ່ວາ.
- ຕອບປະຕິເສດຢ່າງສຸພາບ : ວິທີນີ້ຖືເປັນວິທີສຳຄັນທີ່ຈະຊ່ວຍໃຫ້ຜູ້ຊັກຊວນຮູ້ສຶກເສຍນຳ້ໃຈໄດ້ໜ້ອຍທີ່ສຸດ ທັງຍັງຈະຊ່ວຍໃຫ້ເຂົາເຂົ້າໃຈເຖິງເຫດຜົນທີ່ທ່ານປະຕິເສດໄດ້ດີນຳອີກ.
- ມີໂຕຊ່ວຍໃນການປະຕິເສດ : ຫລາຍໆເທື່ອທີ່ທ່ານບໍ່ອາດຈະປະຕິເສດໄດ້ດ້ວຍຕົນເອງ ຫລື ອາດຈະຍັງກ້າໆຢ້ານໆ ລອງໃຫ້ຄົນອື່ນເປັນຄົນບອກປະຕິເສດແທນທ່ານກໍໄດ້ຜົນຄືກັນ.
- ເຮັດໂຕເອງໃຫ້ມີວຽກຫລາຍເຂົ້າໄວ້ : ອີກໜຶ່ງວິທີທີ່ຈະຫລີກເວັ້ນ ແລະ ເຮັດໃຫ້ທ່ານປະຕິເສດໄດ້ຢ່າງສົມເຫດສົມຜົນ ທ່ານຕ້ອງເຮັດໂຕເອງໃຫ້ມີວຽກຫລາຍ ແລະ ຫຍຸ້ງວຸ້ນວາຍໄວ້ ໂດຍອາດຈະອ້າງເລື່ອງວຽກ, ເລື່ອງສ່ວນໂຕ ຫລື ເລື່ອງໃດໆກໍແລ້ວແຕ່.
- ຂຽນລະບາຍອາລົມກ່ອນ : ທ່ານເຊື່ອຫລືບໍ່ວ່າການຂຽນສິ່ງທີ່ທ່ານບໍ່ຢາກເຮັດ ຫລື ຂຽນລະບາຍຄວາມໃນໃຈເຖິງສິ່ງທີ່ທ່ານກຳລັງຈະປະຕິເສດ ຈະຊ່ວຍໃຫ້ທ່ານຮູ້ສຶກດີຫລາຍຂຶ້ນ. ສິ່ງສຳຄັນ ຍັງເຮັດໃຫ້ທ່ານໄດ້ຄິດພິຈາລະນາວ່າຄວນຈະຕອບຕົກລົງ ຫລື ປະຕິເສດຫລາຍກ່ວາກັນ.
- ຍືດເວລາ : ລອງວິທີແບບງ່າຍໆສັ້ນໆໂດຍການຍືດເວລາໃນການຕອບຕົກລົງໄປເລື້ອຍໆ ເຮັດເປັນບໍ່ສົນໃຈແດ່, ຫັນເຫການໃຫ້ຄຳຕອບແດ່ ກໍຊ່ວຍທ່ານໄດ້ຫລາຍຄືກັນ.
- ບໍ່ຕ້ອງຕອບກັບແຕ່ຢ່າງໃດ : ຫາກທ່ານມີຫລາຍສິ່ງຫລາຍຢ່າງທີ່ຕ້ອງເຮັດ ຈົນເກືອບຈະບໍ່ມີເວລາຕອບຫຍັງໃຜທັງໝົດ ກໍບໍ່ຕ້ອງກັງວົນໄປ ປ່ອຍປະໄວ້ແນວນັ້ນກ່ອນ ຫລື ບໍ່ກໍເລືອກຕອບແຕ່ເລື່ອງທີ່ສຳຄັນໆຈະດີກ່ວາ.