5 ເຫດຜົນທີ່ທ່ານຄວນສະໝັກຕຳແໜ່ງພະນັກງານຂາຍ.
July 5, 2017 - 11:59 AM


- ວຽກຂາຍເປັນວຽກອິດສະຫລະ : ລັກສະນະວຽກສ່ວນຫລາຍຂອງວຽກຂາຍຈະບໍ່ຕ້ອງເຮັດວຽກປະຈຳຢູ່ຫ້ອງການ ແລະ ຈະເນັ້ນເດີນທາງເປັນສ່ວນຫລາຍ ເຊິ່ງການເດີນທາງເປັນກຳໄລຊີວິດໃນອາຊີບການຂາຍ ເພາະເຮົາຈະໄດ້ເປີດຫູເປີດຕາ ແລະ ເປີດໂລກກະທັດຫລາຍກ່ວາການເຮັດວຽກໃນຕຳແໜ່ງອື່ນ, ເຮົາຈະໄດ້ພົບຜູ້ຄົນຫລວງຫລາຍ ທັງລູກຄ້າ, ນັກທຸລະກິດ ແລະ ຖ້າໂຊກດີ ເຮົາອາດໄດ້ພົບໂອກາດໃນການເລີ່ມຕົ້ນທຸລະກິດຂອງເຮົາເອງນຳອີກ.
- ວຽກຂາຍເປັນວຽກທີ່ໃຫ້ຜົນຕອບແທນສູງ : ບໍລິສັດສ່ວນຫລາຍຈະຈູງໃຈພະນັກງານຂາຍດ້ານຄ່າຄອມມິດຊັນ ຫລື incentive ເຮັດຫລາຍໄດ້ຫລາຍ ເຮັດໜ້ອຍໄດ້ໜ້ອຍ ເຊິ່ງເປັນສິ່ງທີ່ຍຸຕິທຳສຳລັບເຮົາ ແລະ ບໍລິສັດຫລາຍ ເຮົາສາມາດກຳນົດເພດານລາຍຮັບຂອງໂຕເອງ. ໃນບາງບໍລິສັດມີການໃຫ້ຄ່າຄອມມິດຊັນກັບພະນັກງານຂາຍໃນອັດຕາທີ່ສູງຫລາຍ ໂດຍສະເພາະແມ່ນບໍລິສັດສິນຄ້າທີ່ມີ Turnover ຊ້າ ເຊັ່ນ : ຂາຍເຄື່ອງຈັກ ຫລື ສິນຄ້ານຳເຂົ້າ.
- ວຽກຂາຍເປັນວຽກທີ່ມີຜົນງານຈະແຈ້ງ : ບໍລິສັດຈະບໍ່ສົນໃຈວ່າທ່ານກຳລັງເຮັດຫຍັງຢູ່ ຫາກທ່ານສາມາດເຮັດຍອດຂາຍໃຫ້ເຖິງເປົ້າໝາຍຂອງບໍລິສັດໄດ້ ແລະ ຈະປະເມີນການເຮັດວຽກຂອງທ່ານຈາກຜົນງານເປັນຫລັກ ວຽກຂາຍເປັນວຽກທີ່ຄວາມດຸໝັ່ນຂອງທ່ານບໍ່ເສຍລ້າ ຍິ່ງຍອດຂາຍຂອງທ່ານຫລາຍເທົ່າໃດ ມັນໝາຍເຖິງຄວາມເອົາໃຈໃສ່ທີ່ທ່ານມີໃນໜ້າວຽກເທົ່ານັ້ນ ບໍ່ຄືວຽກຫ້ອງການທີ່ຕ້ອງປຳ້ບັດທີ່ວັດແທກຄວາມແຕກຕ່າງຂອງພະນັກງານໄດ້ຍາກກ່ວາ.
- ວຽກຂາຍເປັນວຽກທີ່ໃຫ້ໂອກາດໄດ້ຮຽນຮູ້ : ການເປັນພະນັກງານຂາຍຈະໄດ້ພົບປະຜູ້ຄົນຫລວງຫລາຍ ເຊິ່ງກຸ່ມຄົນທີ່ທ່ານໄດ້ພົບສ່ວນຫລາຍລ້ວນແຕ່ເປັນຜູ້ທີ່ມີປະສົບການໃນການເຮັດທຸລະກິດ ແລະ ດຳລົງຊີວິດ ແລະ ເມື່ອທ່ານໄດ້ມີໂອກາດລົມແລກປ່ຽນຄວາມຄິດ, ທັດສະນະຄະຕິຈາກຄົນເຫລົ່ານັ້ນ ທ່ານກໍຈະເຫັນແນວທາງ ແລະ ຂໍ້ດີ – ຂໍ້ເສຍໃນການດຳເນີນທຸລະກິດຂອງແຕ່ລະຄົນ, ມີຄວາມຮູ້ຫລາຍຢ່າງທີ່ເຮົາບໍ່ສາມາດຫາຮຽນໄດ້ຈາກຫ້ອງຮຽນ ແລະ ສູນຝຶກອົບຮົມຕ່າງໆ, ແຕ່ຈະໄດ້ຮຽນຮູ້ຈາກການໄດ້ເຂົ້າສຳຜັດດ້ວຍໂຕເອງ ຫລື ໄດ້ສຶກສາຈາກຜູ້ທີ່ຜ່ານປະສົບການເຫລົ່ານັ້ນມາໂດຍກົງ ຍິ່ງເຮົາໄດ້ຮຽນຮູ້ຫລາຍ ເທົ່າໃດ ໂອກາດທີ່ເຮົາຈະເຮັດຜິດພາດກໍມີໜ້ອຍເທົ່ານັ້ນ ເພາະການຮຽນຮູ້ທີ່ດີສຸດແມ່ນການຮຽນຮູ້ຈາກປະສົບການ.
- ວຽກຂາຍເປັນວຽກທີ່ໃຫ້ໂອກາດໄດ້ພັດທະນາຕົນເອງ : ການຈະສ້າງຍອດຂາຍເພີ່ມຂຶ້ນ ແນ່ນອນວ່າທ່ານບໍ່ສາມາດຈະໃຊ້ລະດັບຄວາມສາມາດເກົ່າໆເອົາມາຫາກິນ ເພື່ອລາຍຮັບທີ່ສູງຂຶ້ນໄປໄດ້ ທ່ານຈະຕ້ອງພັດທະນາໂຕເອງໃຫ້ສົມກັບລາຍຮັບທີ່ເພີ່ມຂຶ້ນ ເຊິ່ງບໍ່ໄດ້ໝາຍເຖິງແຕ່ລະດັບການສຶກສາ, ແຕ່ເປັນຄວາມສາມາດທີ່ໃຊ້ໃນວຽກ ເຊັ່ນ : ການໃຊ້ພາສາອັງກິດ, ການນຳສະເໜີວຽກ, ເຕັກນິກການຕໍ່ລອງ ຫລື ແມ່ນແຕ່ການພັດທະນາບຸກຄະລິກກະພາບ ເຊິ່ງຍິ່ງຖ້າທ່ານໄດ້ພັດທະນາທັກສະຕ່າງໆເຫລົ່ານີ້ຫລາຍເທົ່າໃດ ກໍເປັນການເພີ່ມມູນຄ່າຂອງໂຕທ່ານເອງຫລາຍຂຶ້ນເຊັ່ນກັນ.