ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ I ສຳເລັດລົງຢ່າງຈົບງາມ


ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ I ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ພາຍຫລັງດຳເນີນມາເປັນເວລາ 3 ວັນ, ແຕ່ວັນທີ 22-24 ທັນວານີ້, ໂດຍການເປັນປະທານຂອງ ທ່ານ ເພັດແກ້ວ ເຮືອງປັນຍາ ປະທານສະພາປະຊາຊົນແຂວງອັດຕະປື, ເຊິ່ງໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ແຂວງອັດຕະປື ພ້ອມດ້ວຍການນຳ ຂອງແຂວງ, ອົງການຈັດຕັ້ງພັກ-ລັດ ແລະ ແຂກຖືກເຊີນເຂົ້າຮ່ວມ ຢ່າງພ້ອມພຽງ.


ກອງປະຊຸມຄັ້ງນີ້, ໄດ້ພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງແຂວງ ໂດຍສະເພາະ: ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງ, ການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2020, ທິດທາງແຜນການ ປະຈໍາປີ 2021; ການຮັບຮອງເອົາບົດລາຍງານ ຂອງອົງການປົກຄອງແຂວງ ກ່ຽວກັບການສະຫລຸບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2020, ແລະ ທິດທາງແຜນການ ປະຈໍາປີ 2021; ການຮັບຮອງເອົາບົດລາຍງານຜົນການກວດສອບປະຈຳພາກໃຕ້ ກ່ຽວກັບການເຄື່ອນໄຫວວຽກງານປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021 ແລະ ຜົນການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2019 ແລະ ບົດລາຍງານຂອງອົງກວດກາຕາມຜົນການກວດກາລັດແຂວງ ກ່ຽວກັບການແກ້ໄຂຜົນການກວດສອບ ປະຈຳປີ 2018 ແລະ ສົກປີຜ່ານມາ, ການຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງກ່ຽວກັບ ການເຄື່ອນໄຫວວຽກງານ ປະຈໍາປີ 2020 ແລະ ທິດທາງແຜນການ ປະຈໍາປີ 2021 ກອງປະຊຸມໄດ້ພິຈາລະນາຮັບຮອງເອົາ ບົດລາຍງານ ການເຄື່ອນໄຫວປະຕິບັດວຽກງານ 05 ປີ (2016-2020), ແລະ ທິດທາງແຜນການຮອດກອງປະຊຸມປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ II.