ສະພານະຄອນຫລວງສາມາດແກ້ໄຂຄຳຮ້ອງຂອງປະຊາຊົນໄດ້ຫລາຍເລື່ອງ

- 19510334 1606976492646780 6634207280225611554 n - ສະພານະຄອນຫລວງສາມາດແກ້ໄຂຄຳຮ້ອງຂອງປະຊາຊົນໄດ້ຫລາຍເລື່ອງ
- kitchen vibe - ສະພານະຄອນຫລວງສາມາດແກ້ໄຂຄຳຮ້ອງຂອງປະຊາຊົນໄດ້ຫລາຍເລື່ອງ

ທ່ານຮອງປະທານສະພາປະຊາຊົນນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຜ່ານມາສະພາປະຊາຊົນນະຄອນຫລວງວຽງຈັນພິຈາລະນາແກ້ໄຂຄຳສະເໜີ ແລະ ຄຳຮ້ອງຂໍ້ຄວາມເປັນທຳຂອງປະຊາຊົນໄດ້ຫລາຍກວ່າ 70 ເລື່ອງ, ໃນນີ້ມີຄະດີແພ່ງ 50 ເລື່ອງ, ຄະດີອາຍາມີ 15 ເລື່ອງ, ຄຳສະເໜີ 9 ເລື່ອງ, ສາມາດຄົ້ນຄ້ວາ, ພິຈາລະນາ ແລະ ນຳສົ່ງໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂໄດ້ຈໍານວນ 52 ເລື່ອງ ແລະ ຢູ່ໃນຂັ້ນຕອນກຳລັງຄົ້ນຄວ້າ 22 ເລື່ອງ.

ຮອງປະທານສະພາປະຊາຊົນນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໄລຍະຜ່ານມາໄດ້ຊີ້ນຳບັນດາຄະນະກຳມະການສະພາປະຊາຊົນນະຄອນຫລວງວຽງຈັນລົງຕິດຕາມກວດກາ, ເກັບກຳຂໍ້ມູນໃນພຶ້ນທີ່ຕົວຈິງຕໍ່ສະພາບພົ້ນເດັ່ນທີ່ເກີດຂຶ້ນໃນສັງຄົມທີ່ໄດ້ຮັບການສະເໜີຈາກປະຊາຊົນ ເປັນຕົ້ນ: ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຈາກໂຄງການພັດທະນາຕ່າງໆ, ໂຮງຈັກໂຮງານ, ຫົວໜ່ວຍທຸລະກິດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ຂໍ້ຂັດແຍ່ງຕ່າງໆທີ່ເກີດຂຶ້ນໃນສັງຄົມ, ເຊິ່ງໄລຍະຜ່ານມາໄດ້ລົງເຄື່ອນໄຫວຕິດຕາມກວດກາໂຄງການຂອງລັດ ແລະ ໂຄງການສຳປະທານຂອງເອກະຊົນຈໍານວນ ໜຶ່ງຄື: ໂຄງການກໍ່ສ້າງຊົນລະປະທານອ່າງເກັບນ້ຳຫ້ວຍໝ້ຽງ, ໂຄງການສ້ອມແປງຊົນລະປະທານຢູ່ເມືອງສັງທອງ, ໂຄງການຕິດຕັ້ງສາຍສົ່ງໄຟຟ້າແຮງສູງຂອງເຂື່ອນໄຟຟ້ານ້ຳງຽບ 1 ເຂດເມືອງປາກງື່ມ, ໂຄງການສຳຫລວດຂຸດຄົ້ນແຮ່ເກືອກາລີຢູ່ບ້ານພ້າວເມືອງປາກງື່ມ, ໂຄງການສຳປະທານເຮືອແພຂອງບໍລິສັດ ພີເອັສ ແລະ ໂຄງການສຳປະທານສວນສັດວັດຊຽງຄວນ. ນອກຈາກນີ້ກໍໄດ້ຕິດຕາມກວດກາໂຮງຈັກໂຮງງານຈໍານວນຄື: ໂຮງງານຜະລິດດິນຈີ່ຢູ່ບ້ານໂນນສະອາດເມືອງໄຊທານີ ແລະ ຢູ່ບ້ານໂພນຄໍ້ເມືອງໄຊເສດຖາ, ໂຮງງານຜະລິດເຟີນີເຈີຢູ່ບ້ານຫ້ວຍຫົງເມືອງຈັນທະບູລີ ແລະ ຢູ່ບ້ານດອນຕີ້ວ ເມືອງໄຊທານີ, ໂຮງງານຜະລິດເຂົ້າປຸ້ນຢູ່ບ້ານຊຳເກດເມືອງສີໂຄດຕະບອງ, ໂຮງງານຕົ້ມຢາງ ແລະ ບົດຢາງຢູ່ຫລັກບ້ານ 24 ເມືອງໄຊທານີ ແລະ ໂຮງງານອົບຂີ້ເບຍຢູ່ບ້ານດຸງເມືອງໄຊເສດຖາ ແລະ ຕິດຕາມກວດກາຟາມລ້ຽງໝູ ຢູ່ບ້ານວຽງຄຳເມືອງສີໂຄດຕະບອງ, ກວດກາຮ້ານອາຫານ ແລະ ສະຖານບັນເທິງ 2 ແຫ່ງຄື: ຮ້ານອາຫານຈຳປາຂາວຢູ່ບ້ານດອນນົກຂຸ້ມເມືອງສີສັດຕະນາກ ແລະ ຮ້ານອາຫານສາຍເສີນຢູ່ບ້ານທົ່ງຂັນຄຳເມືອງຈັນທະບູລີ, ເຊິ່ງຜ່ານການ ຕິດຕາມກວດກາເຫັນວ່າມີບາງຫົວໜ່ວຍເຄື່ອນໄຫວບໍ່ສອດຄ່ອງຕາມລະບຽບກົດໝາຍມີ, ອັນໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ເຊິ່ງໃນນີ້ບາງ ຫົວໜ່ວຍແມ່ນໄດ້ສັ່ງໃຫ້ມີການປັບປຸງໃຫ້ໄດ້ມາດຕະຖານທາງດ້ານສິ່ງແວດ ລ້ອມ, ອີກຈໍານວນໜຶ່ງແມ່ນໃຫ້ໂຈະການດໍາເນີນກິດຈະການຊົ່ວຄາວ ແລະ ບາງຫົວໜ່ວຍແມ່ນໃຫ້ຢຸດກິດຈະການຖາວອນ.

- Visit Laos Visit SALANA BOUTIQUE HOTEL - ສະພານະຄອນຫລວງສາມາດແກ້ໄຂຄຳຮ້ອງຂອງປະຊາຊົນໄດ້ຫລາຍເລື່ອງ
- 4 - ສະພານະຄອນຫລວງສາມາດແກ້ໄຂຄຳຮ້ອງຂອງປະຊາຊົນໄດ້ຫລາຍເລື່ອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!