ຝົນຈະສືບຕໍ່ຕົກແກ່ຍາວໄປອີກ 1-2 ວັນ


ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 5-6 ກໍລະກົດນີ້, ມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງປານກາງຈະພັດປົກຄຸມຢູ່ທົ່ວທຸກພາກຂອງລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຄະນອງໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ, ສ່ວນຫລາຍຈະຕົກໃນຕອນບ່າຍຫາຕອນກາງຄືນ. ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກເປັນບາງໂອກາດຢູ່ບາງທ້ອງຖິ່ນ, ພ້ອມມີລົມພັດແຮງເປັນບາງໂອກາດ.
ພາກເໜືອດ້ານຕາເວັນຕົກ: ອາກາດຍັງຈະຮ້ອນທຳມະດາ ແລະ ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ນະຄອນຫລວງວຽງຈັນ: ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍ ແລະ ຕົກປານກາງຫາຕົກໜັກ, ພ້ອມມີລົມພັດແຮງເປັນບາງໂອກາດໃນຕອນບ່າຍຫາຕອນກາງຄືນ.
ພາກກາງ: ຍັງຈະມີຝົນຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ໂດຍສະເພາະແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ແລະ ພາກໃຕ້: ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍຫາປານກາງຢູ່ເກືອບທົ່ວໄປ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.