ເປີດແລ້ວຕະຫລາດນັດກະສິກໍາ-ຫັດຖະກໍາ ບຶງທາດຫລວງ ຄັ້ງທີ 1 ໃນວັນທີ 22-31 ທັນວາ


ພິທີເປີດງານຕະຫລາດນັດເພື່ອສົ່ງເສີມ ກະສິກໍາ-ຫັດຖະກໍາ ບຶງທາດຫລວງ ຄັ້ງທີ 1 ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ.
ໃນພິທີ, ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ການຈັດສັນ ເຂດເສດຖະກິດພິເສດ ບຶງທາດຫລວງໃຫ້ກາຍເປັນນະຄອນແຫ່ງໜຶ່ງໃນ ສປປ ລາວ ຕາມແຜນພັດທະນາເຂດເສດຖະກິດພິເສດ ແລະ ການສ້າງຕັ້ງຕະຫລາດແຫ່ງນີ້ແມ່ນມີຄວາມ ເໝາະສົມສໍາຫລັບການດໍາເນີນທຸລະກິດ ແລະ ຜູ້ມີຄວາມສົນໃຈ ທີ່ຈະເຂົ້າມາຮ່ວມລົງທຶນ ພັດທະນາໃຫ້ກາຍເປັນສູນກາງການຄ້າ ແລະ ກາຍເປັນສູນກາງຜະລິດ ແລະ ຈໍາໜ່າຍສິນຄ້າກະສິກໍາ-ຫັດຖະກໍາຂະຫນາດໃຫຍ່ຂອງລາວ ໃນອານາຄົດ.
ໃນງານຕະຫລາດນັດຄັ້ງທຳອິດນີ້ຄາດວ່າຈະໄດ້ນຳເອົາຜະລິດຕະພັນພື້ນບ້ານ ຂອງກະສິກອນ ຢູ່ນະຄອນຫລວງວຽງຈັນ ແລະ ແຂວງໃກ້ຄຽງ ເຂົ້າມາວາງສະແດງ ແລະ ຈຳໜ່າຍ, ຄາດວ່າຈະມີຜູ້ປະກອບການ, ຫ້າງຮ້ານ, ບໍລິສັດ ນຳເອົາສິນຄ້າເຂົ້າມາວາງສະແດງ ຫລາຍກວ່າ 70 ຫ້ອງ.
ທ່ານ ທະນົງໄຊ ຄຸດໄພທູນ ໃຫ້ຮູ້ອີກວ່າ: ຕະຫລາດບຶງທາດຫລວງ ມີເນື້ອທີ່ທັງໝົດປະມານ 35 ພັນຕາແມັດ, ມີຫ້ອງຂາຍເຄື່ອງທັງໝົດ 668 ລ໋ອກ, ເປັນບ່ອນຈຳໜ່າຍຜະລິດຕະພັນກະສິກຳ, ຊື້-ຂາຍແລກປ່ຽນ, ຂາຍສົ່ງ-ຂາຍຍ່ອຍ, ຮັບປະກັນຄວາມສົດໃໝ່, ທັງເປັນພື້ນທີ່ສະໜອງຜະລິດຕະ ພັນການກະເສດສີຂຽວ ແບບຄົບວົງຈອນແຫ່ງໃໝ່ ໂດຍອີງໃສ່ການຄ້າຂາຍ ຜະລິດຕະພັນກະສິກຳເປັນຫລັກ, ເປັນບ່ອນຮອງຮັບສິນຄ້າ ແລະ ບໍລິການກິດຈະການຕ່າງໆ ທີ່ກ່ຽວຂ້ອງກັບຕະຫລາດ.