ຄຸນຄ່າຂອງຂ້ອຍຫາກປ່ຽນໄປເປັນລົດຈະເໝາະສົມບໍ?


” ເມື່ອພໍ່ຮູ້ວ່າຂ້ອຍມັກຫຍັງ ຢາກໄດ້ຫຍັງ ເພິ່ນກໍຕອບສະໜອງໃຫ້ໄດ້ທຸກຢ່າງ. ຂ້ອຍເຫັນໄວໜຸ່ມຫຼາຍຄົນສາມາດຊື້ລົດຄັນງາມໆໄດ້, ບໍ່ຮູ້ວ່າພວກເຂົາເອົາເງິນມາແຕ່ໃສ. ແຕ່ສຳລັບຂ້ອຍແລ້ວ ມີແຕ່ພໍ່ຊື້ໃຫ້ຈຶ່ງຈະໄດ້ຂີ່. ຂ້ອຍບໍ່ມີປັນຍາດອກທີ່ຈະມີເງິນຊື້ລົດຄັນລາຄາແພງໆຕັ້ງ 1 ຕື້, 3 ຕື້, 2 ຕື້…ຂ້ອຍບໍ່ມີປັນຍາແທ້ໆ”.
ເຖິງແມ່ນຂ້ອຍຈະຮຽນເກັ່ງປານໃດ, ຫາເງິນໄດ້ຫຼາຍປານໃດກໍຕາມ ແຕ່ຂ້ອຍກໍບໍ່ສາມາດທີ່ຈະດຳລົງຊີວິດແບບຟູມເຟືອຍຄືແນວນັ້ນໄດ້. ເງິນທີ່ເຮົາຫາມາໄດ້ ເຮົາຕ້ອງຮູ້ຄຸນຄ່າຂອງມັນຫຼາຍກວ່າເງິນທີ່ຂໍຈາກຄົນອື່ນ. ສຳລັບຂ້ອຍຈະບໍ່ຂໍລົດນຳພໍ່ເດັດຂາດ, ແຕ່ເຖິງປານນັ້ນເພິ່ນກໍຍັງໄປຊື້ມາໃຫ້ຂ້ອຍຈົນໄດ້ ເພາະເພິ່ນຮູ້ດີວ່າຂ້ອຍຢາກໄດ້.
ເມື່ີອາຍຸ 12 ປີ ຂ້ອຍໄດ້ແຕ່ໄປນຳພໍ່ເພື່ອຊອກເຮັດວຽກຫາເງິນ, ອາຍຸໄດ້ 15 ປີຂ້ອຍຕ້ອງຮຽນຮູ້ກ່ຽວກັບການຈັບບ່ວງ, ຈັບຊ້ອມ, ຖືນາມບັດແນວໃດເພື່ອໃຫ້ສົມກັບວ່າເປັນນັກທຸລະກິດຢ່າງເຕັມຕົວ, ແຕ່ວ່າໃນເວລານັ້ນມີໃຜແດ່ທີ່ຮູ້ຈັກກັບຂ້ອຍ? ເມື່ອເປັນເຊັ່ນນັ້ນຄຸນຄ່າຂອງຂ້ອຍມັນຢູ່ໃສ? ໃນເມື່ອບໍລິສັດມີລາຍຮັບເພີ່ມຂຶ້ນ, ພວກຄົນງານກໍຮັບໃຊ້ເຮົາດີຂຶ້ນ, ຄັນຊັ້ນຄຸນຄ່າຂອງເຮົາແມ່ນຫຍັງ?
ຄຸນຄ່າອັນນັ້ນຫາກປ່ຽນເປັນເງິນເທົ່າກັບລາຄາຊື້ລົດຂອງຂ້ອຍຈະເໝາະສົມບໍ? 16 ປີ ຂ້ອຍເຂົ້າເຮັດວຽກຢູ່ໃນບໍລິສັດກັບພໍ່ຂ້ອຍຈົນເຖິງທຸກວັນນີ້, ຂ້ອຍບໍ່ເຄີຍທີ່ຈະຄິດໄລ່ຜົນກຳໄລຈັກກີບກັບບໍລິສັດເລີຍ”.