ໂທລະພາບແຫ່ງຊາດລາວ-ໂທລະພາບແຂວງຈີຫລິນຮ່ວມມືຜະລິດລາຍການ


ພິທີລົງນາມບົດບັນທຶກຄວາມເຂົ້າໃຈການຮ່ວມມືຜະລິດ ແລະ ເປີດລາຍການໂທລະພາບຮ່ວມກັນລະຫວ່າງທ່ານ ບຸນເຈົ້າ ພິຈິດ ອໍານວຍການໂທລະພາບແຫ່ງຊາດ ແລະ ທ່ານ ຈ້າວ ຈິງ ຊຸນ ຮອງຜູ້ອໍານວຍການໂທລະພາບແຂວງຈີຫລິນ ສປຈີນ ໄດ້ມີຂຶ້ນໃນວັນທີ 3 ກໍລະກົດນີ້ທີ່ນະຄອນຫລວງວຽງຈັນ, ໂດຍມີທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເຂົ້າຮ່ວມເປັນສັກຂີພິຍານ.
ອໍານວຍການໂທລະພາບແຫ່ງຊາດ ກ່າວວ່າ: ການຮ່ວມມືຄັ້ງນີ້ເພື່ອເປັນການໂຄສະນາເຜີຍແຜ່ຮີດຄອງປະເພນີ, ວັດທະນະທໍາ ແລະ ການທ່ອງທ່ຽວໂດຍຜ່ານໂທລະພາບແຫ່ງຊາດແຜ່ພາບອອກອາກາດທາງຊ່ອງ ທຊລ 1 ແລະ ໂທລະພາບແຂວງ ຈີຫລິນ, ທັງເປັນການເພີ່ມສີສັນ ແລະ ຄວາມບັນເທິງໃຫ້ແກ່ຜູ້ຊົມຫລາກຫລາຍຂຶ້ນ, ພ້ອມກັນນັ້ນກໍເປັນການປະກອບສ່ວນຍົກສູງຄວາມເຂົ້າອົກເຂົ້າໃຈ, ມິດຕະພາບ ແລະ ການຮ່ວມມືແລກປ່ຽນວຽກງານການໂຄສະນາ ວັດທະນະທໍາລະຫວ່າງ ລາວ ແລະ ຈີນໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.
ການຮ່ວມມືດັ່ງກ່າວແມ່ນໝາກຜົນທີ່ສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ໄປຢ້ຽມຢາມ ແລະ ປຶກສາຫາລືກັບຄະນະນໍາແຂວງຈີຫລິນ, ໂດຍສະເພາະສະຖານີໂທລະພາບຈີຫລິນເມື່ອເດືອນທ້າຍປີ 2016 ຜ່ານມາ.