ເກີດເຫດລົດຈັກຕຳລົດໃຫຍ່ເຂດບ້ານສີບຸນເຮືອງທົ່ງມີຜູ້ເສຍຊີວິດໜຶ່ງຄົນ

- accident 1 - ເກີດເຫດລົດຈັກຕຳລົດໃຫຍ່ເຂດບ້ານສີບຸນເຮືອງທົ່ງມີຜູ້ເສຍຊີວິດໜຶ່ງຄົນ
- kitchen vibe - ເກີດເຫດລົດຈັກຕຳລົດໃຫຍ່ເຂດບ້ານສີບຸນເຮືອງທົ່ງມີຜູ້ເສຍຊີວິດໜຶ່ງຄົນ

ເຈົ້າໜ້າທີ່ຈະລາຈອນນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ຄໍ່າຄືນວັນທີ 4 ກໍລະກົດນີ້, ໄດ້ເກີດອຸປະຕິເຫດລົດຈັກຕໍາເຊິ່ງໜ້າກັບລົດໃຫຍ່ຢູ່ເສັ້ນທາງເລກ 11 ເຂດບ້ານສີບຸນເຮືອງທົ່ງ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ເຮັດໃຫ້ຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບສາຫັດອີກ 1 ຄົນ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກປະຊາຊົນວ່າມີອຸປະຕິເຫດເກີດຂຶ້ນຢູ່ຈຸດດັ່ງກ່າວກໍໄດ້ຮີບຮ້ອນລົງກວດກາສະຖານທີ່ທັນທີ ແລະ ພົບເຫັນລົດຈັກໝາຍເລກທະບຽນ ດນ 0595 ກໍາແພງນະຄອນມີສະພາບເປ່ເພສົມຄວນ ແລະ ພົບຜູ້ເສຍຊີວິດໜຶ່ງຄົນຊື່ນາງ ນຸ່ງ ອາຍຸ 19 ປີຢູ່ບ້ານຍາພະ, ເມືອງສີໂຄດຕະບອງ ແລະ ມີຍິງອີກຄົນໜຶ່ງໄດ້ຮັບບາດເຈັບສາຫັດ ແລະ ຜ່ານການກວດກາວັດແທກຈຸດເກີດເຫດພົບວ່າ: ລົດຈັກຄັນດັ່ງກ່າວມີຜູ້ຍິງສອງຄົນຂັບຂີ່ມາແຕ່ເກົ້າລ້ຽວເພື່ອມຸ້ງໜ້າມາເສັ້ນທາງສີໄຄ, ພໍມາເຖິງຈຸດເກີດເຫດໄດ້ດາດກັບລົດເກງ ໝາຍເລກທະບຽນ ກຕ 5563 ທີ່ແລ່ນມາໃນທິດທາງດຽວກັນ, ເຮັດໃຫ້ເສຍຫລັກໄປຕຳເອົາລົດຮຸນໄດ ໝາຍເລກທະບຽນ ກດ 9128 ທີ່ແລ່ນສວນທາງມາຢ່າງແຮງຈົນເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບຄືດັ່ງກ່າວ, ສວນສາເຫດຂອງອຸປະຕິເຫດຄັ້ງນີ້ເຈົ້າໜ້າທີ່ຈະໄດ້ສືບສວນ-ສອບສວນລະອຽດຕື່ມອີກ.

- Visit Laos Visit SALANA BOUTIQUE HOTEL - ເກີດເຫດລົດຈັກຕຳລົດໃຫຍ່ເຂດບ້ານສີບຸນເຮືອງທົ່ງມີຜູ້ເສຍຊີວິດໜຶ່ງຄົນ

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນ 6 ເດືອນຜ່ານມາ, ຢູ່ນະຄອນຫລວງວຽງຈັນມີອຸປະຕິເຫດເກີດຂຶ້ນຫລາຍກວ່າ 800 ກໍລະນີ ແລະ ມີຜູ້ເສຍຊີວິດ 127 ຄົນ, ສາເຫດສ່ວນໃຫຍ່ທີ່ພາໃຫ້ເກີດອຸປະຕິເຫດແມ່ນຍ້ອນຜູ້ຂັບຂີ່ດື່ມສິ່ງມືນເມົາ, ຂັບຂີ່ແບບປະໝາດ, ບໍ່ເຄົາລົບລະບຽບຈະລາຈອນ, ຂັບຂີ່ລົດໄວ ແລະ ອື່ນໆ.

- 4 - ເກີດເຫດລົດຈັກຕຳລົດໃຫຍ່ເຂດບ້ານສີບຸນເຮືອງທົ່ງມີຜູ້ເສຍຊີວິດໜຶ່ງຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!