ເຈົ້າໜ້າທີ່ຈັບຜູ້ຄ້າ ແລະ ມົ້ວສຸມຢາເສບຕິດຫລາຍຄົນມາດໍາເນີນຄະດີ


ເຈົ້າໜ້າທີ່ ປກສ ເມືອງໄຊທານີ, ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ພາຍຫລັງຈັບທ້າວ ບ່ອຍ ອາຍຸ 21 ປີຢູ່ບ້ານໂນນບໍ່ແກ້ວ, ເມືອງໄຊທານີ ທີ່ເປັນເປົ້າໝາຍຄ້າຂາຍຢາເສບຕິດຕົວອັນຕະລາຍມາດໍາເນີນຄະດີໄດ້ເມື່ອບໍ່ດົນມານີ້ ແລະ ໄດ້ສືບສວນ-ສອບສວນຂະຫຍາຍຜົນຈົນສາມາດນໍາຈັບຜູ້ຮ່ວມຂະບວນການໄດ້ອີກຫລາຍຄົນຄື: ທ້າວໂຕຍ ອາຍຸ 37 ປີຢູ່ບ້ານນາ, ທ້າວ ບຸ້ຍ ອາຍຸ 37 ປີຢູ່ບ້ານໂນນບໍ່ແກ້ວ, ທ້າວ ເທັກ ອາຍຸ 23 ປີ, ທ້າວ ແອ ອາຍຸ 35 ປີຢູ່ບ້ານໂນນສະອາດ, ທ້າວ ວິໄຊ ອາຍຸ 19 ປີຢູ່ບ້ານທ່າງ່ອນ, ທ້າວ ລຸ້ຍ ອາຍຸ 23 ປີຢູ່ບ້ານໂນນແສງຈັນ, ທ້າວ ພຸດທະສອນ ອາຍຸ 35 ປີຢູ່ບ້ານພະຂາວ, ທ້າວ ອຸໄດ ອາຍຸ 28 ປີຢູ່ບ້ານໄຊສະຫວ່າງ, ທ້າວ ແອັດດີ ອາຍຸ 22 ປີ, ທ້າວ ພອນໄຊ ອາຍຸ 47 ປີຢູ່ບ້ານສົມສະຫວັນ, ເມືອງໄຊທານີ, ພ້ອມຂອງກາງຢາບ້າທີ່ຢຶດໄດ້ນໍາແຕ່ລະຄົນລວມແລ້ວຫລາຍກວ່າ 7 ພັນເມັດ, ນອກຈາກນີ້ຍັງມີຢາໄອນໍ້າໜັກ 1 ກິໂລ, ອາວຸດປືນ, ລູກປືນ ແລະ ເງິນກີບອີກຈໍານວນໜຶ່ງ, ຊຶ່ງເຈົ້າໜ້າທີ່ຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ ຂ່າວໄດ້ໃຫ້ຮູ້ຕື່ມວ່າ: ເມື່ອບໍ່ດົນນີ້, ເຈົ້າໜ້າທີ່ ປກສ ເມືອງແກ່ນທ້າວ, ແຂວງໄຊຍະບູລີ ໄດ້ຈັບຕົວຜູ້ຄ້າຂາຍຢາເສບຕິດລາຍໃຫຍ່ຊື່ທ້າວ ບຸນຢ້ຽມ (ແກັບ) ອາຍຸ 32 ປີຢູ່ບ້ານໂພນສະຫວ່າງ, ເມືອງແກ່ນທ້າວ ແລະ ທ້າວ ໄກ່ ອາຍຸ 30 ປີຢູ່ບ້ານທາດເມືອງ, ເມືອງຊຳເໜືອ, ແຂວງຫົວພັນ, ພ້ອມຂອງກາງຢາບ້າ 4 ພັນກວ່າເມັດ, ໂດຍທັງສອງຖືກເຈົ້າໜ້າທີ່ຈັບໄດ້ພາຍຫລັງຂັບຂີ່ລົດເກງແລ້ວ ໄດ້ເກີດອຸປະຕິເຫດລົດເຈືອກລົງຂ້າງທາງຢູ່ເສັ້ນທາງເຂດບ້ານນາແກ້ງມ້າ, ເມືອງແກ່ນທ້າວ, ຈາກນັ້ນເຈົ້າໜ້າທີ່ຕຳຫລວດຈະລາຈອນໄດ້ລົງກວດກາສະຖານທີ່ເກີດເຫດ ແລະ ກວດຄົ້ນໃນລົດແລ້ວພົບເຫັນຢາບ້າຈໍານວນດັ່ງກ່າວ ແລະ ປືນສັ້ນ 1 ກະບອກ, ຈຶ່ງໄດ້ກັກຕົວພວກກ່ຽວ ແລະ ຂອງກາງໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.
ຂ່າວ-ພາບ : ຫນັງສືພິມ ປກສ