ຫັນສື່ອອນລາຍເປັນກະບອກສຽງສົ່ງເສີມວຽກງານໂພຊະນາການ

- Social Media - ຫັນສື່ອອນລາຍເປັນກະບອກສຽງສົ່ງເສີມວຽກງານໂພຊະນາການ
- kitchen vibe - ຫັນສື່ອອນລາຍເປັນກະບອກສຽງສົ່ງເສີມວຽກງານໂພຊະນາການ

ສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນທົ່ວປະເທດໄດ້ຮຽນຮູ້ວິທີນໍາໃຊ້ສື່ອອນລາຍພາຍໃຕ້ຫົວຂໍ້ “ການນຳໃຊ້ສື່ສັງຄົມອອນລາຍເພື່ອສົ່ງເສີມວຽກງານໂພສະນາການ” ຂຶ້ນໃນວັນທີ 3-7 ກໍລະກົດນີ້ທີ່ແຂວງຈໍາປາສັກ, ໂດຍ ການເປັນປະທານຂອງທ່ານ ສົມສະຫວາດ ພົງສາ ຮອງຫົວໜ້າກົມສື່ມວນຊົນກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ.

ຊຸດຝຶກອົບຮົມຄັ້ງນີ້ເພື່ອທົບທວນຄືນນະໂຍບາຍວຽກງານສື່ມວນຊົນໃນໄລຍະໃໝ່, ການເລືອກເຟັ້ນຂໍ້ມູນຂ່າວສານທີ່ຖືກຕ້ອງເປັນເອກະພາບກັນ, ໂດຍສະເພາະການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່່ຽວກັບໂພສະນາການ, ພ້ອມທັງເລັ່ງສ້າງເຄືອຂ່າຍຂໍ້ມູນຂ່າວສານຢ່າງເປັນເອກະພາບລະຫວ່າງສູນກາງ ແລະ ທ້ອງຖິ່ນ, ພ້ອມນີ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບກົດໝາຍ ວ່າດ້ວຍສື່ມວນຊົນ, ການນຳໃຊ້ສື່ອອນລາຍໃນລາວ, ຄວາມສ່ຽງ ແລະ ໄພຄຸກຄາມຂອງສື່ແບບໃໝ່, ການນຳໃຊ້ສື່ອອນລາຍສຳລັບແມ່ ແລະ ເດັກນ້ອຍ, ການແລກປ່ຽນຂໍ້ມູນຂ່າວສານໃນການນໍາໃຊ້ສື່ສັງຄົມອອນລາຍ ແລະ ລົງພາກປະຕິບັດຕົວຈິງ.

- Visit Laos Visit SALANA BOUTIQUE HOTEL - ຫັນສື່ອອນລາຍເປັນກະບອກສຽງສົ່ງເສີມວຽກງານໂພຊະນາການ
- 3 - ຫັນສື່ອອນລາຍເປັນກະບອກສຽງສົ່ງເສີມວຽກງານໂພຊະນາການ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!