ກຳປູເຈຍ ເສີມທັບປ້ອງກັນຊາຍແດນເບື້ອງໄທ ບໍ່ໃຫ້ໂຄວິດ-19 ລ່ວງລໍ້າເຂົ້າມາ
December 22, 2020 - 1:18 PM


ລາຍງານຂ່າວຕ່າງປະເທດ ວັນທີ 20 ທັນວານີ້ ໃຫ້ຮູ້ວ້າ ສົມເດັດ ຮຸນເຊັນ ນາຍົກລັດຖະມົນຕີ ຂອງກຳປູເຈຍ ໄດ້ສົ່ງກຳລັງປ້ອງກັນຊາຍແດນເບື້ອງໄທ ເພື່ອຮັບມືກັບການຫຼັ່ງໄຫຼກັບປະເທດຂອງແຮງງານກຳປູເຈຍຈາກປະເທດໄທ ທີ່ບໍ່ຖືກຕ້ອງຕາມລະບຽບການ ອັນເນື່ອງຈາກການແຜ່ລະບາດພະຍາດໂຄວິດ-19 ຮອບໃໝ່ໃນປະເທດໄທ.
ລາຍງານຂອງກະຊວງສາທາລະນະສຸກຂອງ ກຳປູເຈຍໃຫ້ຮູ້ວ່າ ໃນຮອບ 24 ຊົ່ວໂມງຜ່ານມາ ໄດ້ພົບຜູ້ຕິດເຊື້ອໂຄວິດ-19 ຫຼາຍທີ່ສຸດນັບແຕ່ມື້ມີການລະບາດໃນປະເທດໄທ ໂດຍມີຜູ້ຕິດເຊື້ອລາຍໃໝ່ 576 ຄົນ ແລະ ຫຼັງຈາກນີ້ຄາດວ່າ ຈເພົບຜູ້ຕິດເຊື້ອເພີ່ມຂຶ້ນເລື້ອຍໆ ຈາກການຄົ້ນຫາສຸມກວດທຸກກໍລະນີມີຄວາມສ່ຽງຕິດເຊື້ອ.