ທິດທາງການພັດທະນາເສດຖະກິດດິຈິຕອນ ໃນ ສປປ ລາວ
December 18, 2020 - 12:19 PM


- ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2020 ໄດ້ເຫັນດີຮັບຮອງເອົາຮ່າງແຜນແມ່ບົດເສດຖະກິດດິຈິຕອນ ໂດຍມອບໃຫ້ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງໂຄງຮ່າງ ແລະ ເນື້ອໃນ ໂດຍການກຳນົດເປັນຮ່າງແຜນພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ ໄລຍະ 5 ປີ(2021-2025), ຍຸດທະສາດການພັດທະນາເສດຖະກິດດີຈິຕອນໄລຍະ 10 ປີ(2021-2030) ແລະ ວິໄສທັດການພັດທະນາເສດຖະກິດດີຈິຕອນ ໄລຍະ 20 ປີ(2021-2040).
- ວິໄສທັດການພັດທະນາເສດຖະກີດດີຈິຕອນ ແຫ່ງຊາດໄລຍະ 20 ປີ(2021-2040) “ນຳໃຊ້ເຕັກໂນໂລຊີດີຈິຕອນເປັນເຄື່ອງມືສຳຄັນໃນການຂັບເຄື່ອນທຸກຂະແໜງການ ເພື່ອສ້າງເສດຖະກິດດີຈິຕອນ ແນໃສ່ປະກອບສ່ວນເຂົ້າໃນການດັດປັບໂຄງສ້າງເສດຖະກິດຂອງປະເທດໃຫ້ມີການຂະຫຍາຍຕົວຢ່າງເຂັ້ມແຂງ, ໝັ້ນທ່ຽງ ແລະ ຍືນຍົງ”.