ລາວລິເລີ່ມຂັ້ນຕອນຕີລາຄາຄວາມສ່ຽງລະດັບຊາດດ້ານການຟອກເງິນ


ສປປ ລາວ ຮ່ວມກັບທະນາຄານໂລກ (WB) ໄດ້ຈັດຕັ້ງ ກອງປະຊຸມລິເລີ່ມຂັ້ນຕອນການ ຈັດຕັ້ງປະຕິບັດການຕີລາຄາ ຄວາມສ່ຽງລະດັບຊາດດ້ານ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ຂຶ້ນລະຫວ່າງວັນທີ4-7ກໍລະກົດນີ້,ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນ ປະທານຂອງທ່ານ ພົນຕີ ກົງທອງ ພົງພິຈິດ ຮອງລັດຖະມົນຕີກະ ຊວງປ້ອງກັນຄວາມສະຫງົບ, ຮອງປະທານຄະນະກຳມະ ການແຫ່ງຊາດເພື່ອຕ້ານການ ຟອກເງິນແລະສະໜອງທຶນໃຫ້ ແກ່ການກໍ່ການຮ້າຍ (ຄຕຟງ), ຫົວໜ້າຄະນະ ຊີ້ນໍາລວມ ການ ຕີລາຄາຄວາມສ່ຽງລະດັບຊາດ, ມີ ທ່ານ ໄນເຈວ ຊ່ຽວຊານຈາກ WB ປະຈຳລາວ. ພ້ອມພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງ ພ້ອມພຽງ. ເພື່ອໃຫ້ເຂົ້າໃຈ ເຖິງ ພາບລວມ ຂອງຄວາມສ່ຽງ ລະດັບຊາດດ້ານວຽກງານຕ້ານ ການຟອກເງິນ ແລະ ສະໜອງ ທຶນໃຫ້ແກ່ການກໍ່ການຮ້າຍໂດຍ ມີໄພຂົ່ມຂູ່ດ້ານການຟອກເງິນ (ML), ຄວາມບອບບາງທີ່ສາ ມາດສະຫຼຸບໄດ້ວ່າ: ຕ້ອງ ຕີລາຄາ ໄພຂົ່ມຂູ່ ແລະຄວາມບອບບາງ ເພື່ອນໍາໃຊ້ວິທີດໍາເນີນງານແບບ ເນັ້ນໃສ່ຄວາມສ່ຽງ; ເພື່ອຈັດ ສັນຊັບພະຍາກອນການຕ້ານ ການຟອກເງິນ ແລະ ສະໜອງ ທຶນໃຫ້ແກ່ການ ກໍ່ການຮ້າຍ (AML/CFT) ຢ່າງມີປະສິດທິ ຜົນ ແລະເພື່ອຫຼຸດຜ່ອນຄວາມ ສ່ຽງຂອງການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການ ຮ້າຍ (ML/TF), ນອກນີ້ ຍັງ ຈະເຮັດບົດຝຶກ ຫັດກ່ຽວກັບ ການລະດົມຄວາມຄິດເຂົ້າໃນວຽກງານທີ່ກ່ຽວຂ້ອງກັບ ຄວາມສ່ຽງຂອງ ML/TF ແລະ ການຕີລາຄາຄວາມສ່ຽງລະດັບຊາດດ້ານວຽກງານຕ້ານ ການຟອກ ເງິນ ແລະ ສະໜອງ ທຶນໃຫ້ແກ່ການກໍ່ການຮ້າຍ (NRA) ໃນ ສປປ ລາວ; ການສັງລວມວຽກງານ NRA; ການນໍາສະເໜີສັງລວມຄໍາ ແນະນໍາຂອງ WB ໃນການນໍາ ໃຊ້ເຄື່ອງມື ການເຮັດ NRA ແລະ ຂັ້ນຕອນໃນການເຮັດ NRA.
+ ສະຫວັນນະເຂດຈະເລີ່ມຈັດຕັ້ງປະຕິບັດໂຄງການກໍ່ສ້າງ ປ້ອງກັນຕາຝັ່ງເຈື່ອນແຄມຂອງໄລຍະ 2
+ ລຸກຊໍາບວກຊ່ວຍຍົກລະດັບຄວາມຮູ້ວຽກງານຕ້ານອາຊະຍາກຳ ແລະ ການຟອກເງິນໃຫ້ເຈົ້າໜ້າທີ່ 4 ແຂວງພາກເໜືອລາວ
ທ່ານ ພົນຕີ ກົງທອງ ວົງພິຈິດ ກ່າວວ່າ: ການເຝິກອົບຮົມຄັ້ງນີ້ມີຄວາມສຳຄັນຢ່າງຍິ່ງເພາະເປັນການໃຫ້ຄວາມ ຮູ້ພື້ນຖານແກ່ບັນດາຂະແໜງການຕີລາຄາຊອກຮູ້ຂໍ້ບົກຜ່ອງ, ຂໍ້ຄົງຄ້າງແລະ ຊອກຫາວິທີແກ້ໄຂໃນຕໍ່ໜ້າ.
ການຕີລາຄາຄວາມສ່ຽງລະດັບຊາດໃນການຟອກເງິນ ແລະການສະໜອງທຶນໃຫ້ແກ່ ການກໍ່ການຮ້າຍເປັນການຈັດຕັ້ງປະຕິບັດຕາມຂໍ້ແນະນຳທີ 1 “ການຕີລາຄາຄວາມສ່ຽງ ແລະ ຂະບວນການບໍລິຫານຄວາມສ່ຽງ” ຂອງ 40 ຂໍ້ແນະນຳໃໝ່ ຂອງອົງການຕ້ານການຟອກ ເງິນສາກົນໃຫ້ໄດ້ຕາມມາດຕະຖານສາກົນ ເຊິ່ງບັນດາປະເທດທີ່ເປັນສະມາຊິກຂອງອົງການ ຕ້ານການຟອກເງິນສາກົນ ຫຼື ບັນດາປະເທດທີ່ເປັນສະມາຊິກຂອງອົງການຍ່ອຍຂອງອົງການດັ່ງກ່າວ ຕ້ອງໄດ້ມີການ ຈັດຕັ້ງປະຕິບັດກ່ອນມີການຕີລາຄາຜົນຮອບດ້ານ, ເຊິ່ງ ສປປ ລາວ ມີວາລະໃນການຕີລາຄາຜົນກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍຮອບທີ 2 ໃນສົກປີ 2021.