ເອຟເວີຕັນ ຄວ້າ ຄີນ ມາຮ່ວມທີມແລ້ວ
July 4, 2017 - 4:28 PM




ເອຟເວີຕັນ ບໍ່ເປີດເຜີຍຄ່າ ໂຕເບື້ອງຕົ້ນຂອງ ຄີນ ໂດຍບອກ ພຽງວ່າໂຕເລກສູງສຸດອາດຢູ່ທີ່ 30 ລ້ານປອນ ເທົ່າກັບ ພິກຟອດ ເຊິ່ງຈະກາຍເປັນສະຖິຕິສູງສຸດ ຮ່ວມກັນ.
ສະເພາະລະດູການຜ່ານມາ ຄີນ ເຮັດຜົນງານໄດ້ດີເດັ່ນກັບ ການລົງຫຼິ້ນ 35 ນັດ ໃນພຣີເມຍ ລີກໃຫ້ ເບິນລີ ມີສ່ວນສຳຄັນຊ່ວຍ ໃຫ້ທີມຈົບອັນດັບ 16 ຂຶ້ນຂັ້ນມາ ແລ້ວຢູ່ລອດປອດໄພ.
ທັງນີ້ ຄີນ ນັບເປັນນັກເຕະ ໃໝ່ຄົນທີ 5 ຖັດຈາກ ຈໍແດນ ພິກ ຟອດ, ເດວີ ຄລາເຊນ, ຊານໂດຣ ຣາມິເຣດ ແລະ ເຮນຣີ ອອນເຍ ຄູຣູ ທີ່ຍ້າຍມາ ເອຟເວີຕັນ ໃນລະ ດູການນີ້.