ຫວຽດນາມຈະຫ້າມລົດຈັກເຂົ້າເຂດ ເມືອງຫລວງພາຍໃນປີ 2030


ຮ່າໂນ້ຍ 4 ກໍລະກົດ: ຫວຽດນາມຈະຫ້າມລົດຈັກເຂົ້າເຂດນະຄອນຫລວງຮ່າໂນ້ຍໃນປີ 2030 ຫວັງບັນເທົາການຈະລາຈອນແອອັດ ແລະ ມົນລະພິດໃນອາກາດ.
ຜ່ານມາການເຈລະຈາເລື່ອງຫ້າມລົດຈັກແລ່ນເຂົ້ານະຄອນຫລວງຮ່າໂນ້ຍມັກຖືກຕໍ່ຕ້ານຢ່າງໜັກຈາກຊາວເມືອງທີ່ອ້າງວ່າຈຳເປັນຕ້ອງໃຊ້ລົດຈັກເປັນພາຫະນະຕົ້ນຕໍໃນການເດີນທາງ ແລະ ປະກອບອາຊີບ ເນື່ອງຈາກບໍລິການໂດຍສານສາທາລະນະຍັງບໍ່ພຽງພໍ, ແຕ່ຄະນະກຳມະການປະຊາຊົນຮ່າໂນ້ຍ ເຊິ່ງເປັນໜ່ວຍງານບໍລິຫານສະພາເທສະບານແຈ້ງຜ່ານເວັບໄຊວ່າ: ມາດຕະການດັ່ງກ່າວເປັນສ່ວນໜຶ່ງຂອງມະຕິທີ່ກຳນົດໃຫ້ຕ້ອງປັບປຸງບໍລິການລົດໂດຍສານສາທາລະນະຂອງເມືອງ.
ນະຄອນຫລວງຮ່າໂນ້ຍປະກອບມີ 10 ເຂດ ແລະ 19 ເມືອງ, ປັດຈຸບັນມີປະຊາກອນ 7,5 ລ້ານຄົນ, ມີລົດຈັກຫລາຍກວ່າ 5 ລ້ານຄັນ, ລົດຍົນ 500.000 ຄັນ. ຈຳນວນຍານພາຫະນະທັງສອງປະເພດຂະຫຍາຍຕົວຢ່າງວ່ອງໄວໃນໄລຍະ 5 ປີຜ່ານມາ, ປັດຈຸບັນກຳລັງກໍ່ສ້າງທາງລົດໄຟໃນເຂດເມືອງ 2 ສາຍ ຄາດວ່າຈະເລີ່ມໃຫ້ບໍລິການໄດ້ໃນໄວໆນີ້.