ລາວກຽມຄວາມພ້ອມເຂົ້າສູ່ເສດຖະກິດດິຈິຕອນ ແລະ ອຸດສາຫະກຳ 4.0


ໃນວັນທີ 17 ທັນວານີ້, ສູນອິນເຕີເນັດແຫ່ງຊາດ (ສອຊ) ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດກອງປະຊຸມສຳມະນາ ເພື່ອກະກຽມຄວາມພ້ອມເຂົ້າສູ່ເສດຖະກິດດິຈິຕອນ ແລະ ອຸດສາຫະກຳ 4.0 ໂດຍການເຂົ້າຮ່ວມຂອງທ່ານ ບຸນສະເຫລີມໄຊ ເຄນນາວົງ ຮອງລັດຖະມົນຕີກະຊວງ ປທສ ແລະ ມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການ, ສະຖາບັນການສຶກສາ, ລັດວິສາຫະກິດ, ທະນາຄານ ແລະ ບໍລິສັດຕ່າງໆ ເຂົ້າຮ່ວມເປັນຈຳນວນຫລາຍ.


ທ່ານ ຮອງລັດຖະມົນຕີກະຊວງ ປທສ ໄດ້ມີຄຳເຫັນໃນກອງປະຊຸມວ່າ: ສະພາບໃນປັດຈຸບັນ ໄດ້ສະແດງໃຫ້ເຫັນຄວາມສຳຄັນຂອງວຽກງານໄອຊີທີ ກໍຄືດິຈິຕອນ ເພື່ອເປັນທ່າແຮງໃນການຂັບເຄື່ອນເສດຖະກິດໃນຊ່ວງ COVID-19 ເຊິ່ງຫລາຍກິດຈະການ, ກິດຈະກຳ ແລະ ທຸລະກຳຕ່າງໆ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ, ແຕ່ກົງກັນຂ້າມ ບັນດາກິດຈະການເລົ່ານັ້ນທີ່ເຮັດຜ່ານລະບົບອອນລາຍພັດມີການຂະຫຍາຍຕົວໄປໃນທິດທາງໃໝ່ທີ່ມີມູນຄ່າເພີ່ມຫລາຍຂຶ້ນ. ດັ່ງນັ້ນ ລັດຖະບານລາວເຮົາຈິ່ງໄດ້ລິ່ງເຫັນຄວາມສຳຄັນ ແລະ ຈຳເປັນຂອງວຽກງານດັ່ງກ່າວ ຈຶ່ງໄດ້ສ້າງວິໄສທັດ 20 ປີ (2021-2040), ຍຸດທະສາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ ຄັ້ງທີ I (2021-2025) ເຊິ່ງແຜນດັ່ງກ່າວແມ່ນອີງໃສ່ແນວທາງຂອງພັກ ແລະ ແຜນນະໂຍບາຍຂອງລັດຖະບານ, ບົດຮຽນຈາກສະພາບການພັດທະນາເສດຖະກິດຕົວຈິງຢູ່ປະເທດເຮົາໃນໄລຍະຜ່ານມາ ສົມທົບກັບການພັດທະນາເສດຖະກິດດິຈິຕອນຂອງພາກພື້ນ ແລະ ສາກົນ ໂດຍສະເພາະຈາກປະເທດເພື່ອນມິດຍຸດທະສາດຕ່າງໆ ຊຶ່ງແຜນດັ່ງກ່າວຈະປະກອບເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX (2021-2025) ເພື່ອເຮັດໃຫ້ເສດຖະກິດດິຈິຕອນກາຍເປັນສ່ວນໜຶ່ງທີ່ສຳຄັນໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງຊາດໃນຊຸມປີຕໍ່ໜ້າ.


ໃນໂອກາດນີ້, ຫົວໜ້າສູນອິນເຕີເນັດແຫ່ງຊາດ ໄດ້ຍົກໃຫ້ເຫັນຜົນງານການພັດທະນາຂອງຂະແໜງການຕ່າງໆຄື: ດ້ານນິຕິກຳ, ພື້ນຖານໂຄງລ່າງ, ຄວາມປອດໄພ ແລະ ອື່ນໆ ເພື່ອກະກຽມຄວາມພ້ອມເຂົ້າສູ່ເສດຖະກິດດິຈິຕອນ ແລະ ອຸດສາຫະກຳ 4.0 ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ເພື່ອກຽມຄວາມພ້ອມຂອງຂະແໜງການຕົນເອງໃຫ້ສາມາດຮອງຮັບແກ່ການປ່ຽນແປງໃນອະນາຄົດ ແລະ ໝາກຜົນຂອງການຄຸ້ມຄອງ, ພັດທະນາ ແລະ ນຳໃຊ້ໄອຊີທີ ກໍຄືເຕັກໂນໂລຊີດິຈິຕອນທີ່ປະກອບສ່ວນເຂົ້າໃນການຫັນເປັນທັນສະໄໝທີ່ຂະແໜງການ ປທສ ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເປັນຕົ້ນການຂະຫຍາຍເຄືອຂ່າຍໂທລະສັບ ແລະ ອິນເຕີເນັດທີ່ມີຄວາມຮັບປະກັນ ແລະ ຄອບຄຸມພື້ນທີ່ຫລາຍກວ່າ 90% ຂອງປະເທດ, ພື້ນຖານໂຄງລ່າງສູນຂໍ້ມູນແຫ່ງຊາດ, ລະຫັດຊື່ອິນເຕີເນັດ .LA ແລະ .ລາວ, ລາຍເຊັນເອເລັກໂຕຣນິກ, ການຂຶ້ນທະບຽນເລກໝາຍໂທລະສັບ, ລະບົບກອງປະຊຸມທາງໄກ, ລະບົບຫ້ອງການທັນສະໄໝ (e-Office), ລະບົບສື່ສານພາກລັດ (G-Chat), ລະບົບພລັດຟອມເວັບໄຊພາກລັດ (G-Web Platform), ການຈ່າຍເງິນຜ່ານທາງມືຖື (Mobile Money) ແລະ ຄວາມປອດໄພທາງໄຊເບີ, ໄດ້ກາຍເປັນພື້ນຖານໂຄງລ່າງທີ່ສຳຄັນໃຫ້ແກ່ການສ້າງເສດຖະກິດດິຈິຕອນ ແລະ ອຸດສາຫະກຳ 4.0.


ພ້ອມນີ້, ກໍໄດ້ເປີດນຳໃຊ້ລະຫັດຊື່ອິນເຕີເນັດພາສາທ້ອງຖິ່ນຂັ້ນສູງສຸດແຫ່ງຊາດດ໋ອດລາວ (.ລາວ) ເຊິ່ງໃນໄລຍະຜ່ານມາລະຫັດຊື່ອິນເຕີເນັດພາສາທ້ອງຖິ່ນ http://ໂຄວິດ19.ລາວ ແມ່ນໄດ້ເປີດນຳໃຊ້ໃນ ສປປ ລາວ ຄຽງຄູ່ກັບ https://www.covid19.gov.la ເພື່ອເຜີຍແຜ່ຂໍ້ມູນທາງການກ່ຽວກັບການລະບາດຂອງພະຍາດໂຄວິດ-19 ໄດ້ມີປະສິດທິຜົນສູງ.

