ສ.ເກົາຫຼີ ຈະໃຊ້ຫຸ່ນຍົນຄອຍໃຫ້ບໍລິການໃນສະໜາມບິນ

-                                              1 - ສ.ເກົາຫຼີ ຈະໃຊ້ຫຸ່ນຍົນຄອຍໃຫ້ບໍລິການໃນສະໜາມບິນ
- kitchen vibe - ສ.ເກົາຫຼີ ຈະໃຊ້ຫຸ່ນຍົນຄອຍໃຫ້ບໍລິການໃນສະໜາມບິນ

ສ.ເກົາຫຼີ ຈະສົ່ງຫຸ່ນຍົນອັດສະລິຍະຄອຍໃຫ້ບໍລິການ ແລະ ຊ່ວຍເຫຼືອຜູ້ໂດຍສານທີ່ເດີນທາງມາສະໜາມ​ບິນ​ສາກົນອິນຊອນໃນເດືອນນີ້ ກຽມພ້ອມການເປັນເຈົ້າການຈັດການແຂ່ງຂັນກິລາໂອລິມປິກລະດູໜາວຄັ້ງທໍາອິດ.

ຫຸ່ນຍົນ “Troika” ທີ່ໄດ້ຮັບການພັດທະນາໂດຍບໍລິສັດແອລຈີ ​ເອເລັກໂຕນິກ ຈະເປັນຫຸ່ນຍົນເຄື່ອນທີ່ອັດຕະໂນມັດລຸ້ນຫຼ້າສຸດທີ່ຈະເຂົ້າມາມີບົດບາດໃຫ້ບໍລິການຜູ້ໂດຍສານພາຍໃນສະໜາມບິນອິນຊອນນັບແຕ່ເດືອນນີ້ເປັນຕົ້ນໄປ. ຫຸ່ນຍົນນີ້ມີຂະໜາດເທົ່າກັບເດັກນ້ອຍໄວລຸ້ນສູງ 140 ຊັງຕີແມັດ, ລໍາຕົວດ້ານໜ້້າຈໍຄ້າຍຄືໂທລະສັບ ໄວ້ສະແດງຂໍ້ມູນຖ້ຽວບິນ ແຜນທີ່ພາຍໃນສະໜາມບິນ ແລະ ຂໍ້ມູນສະພາບອາກາດພາຍນອກ, ສ່ວນຫົວມີລັກສະນະມົນເປັນໜ້າຈໍສໍາຜັດ ສະແດງຜົນເປັນຮູບຕາກະພິບໄດ້ ຫຼື ຈະໃຫ້ສະແດງຜົນຂໍ້ມູນໄດ້ເຊັ່ນກັນ. ນອກຈາກນີ້ ຫຸ່ນຍົນນີ້ຍັງມີຄວາມສາມາດຊ່ວຍພາຜູ້ໂດຍສານໄປຫາປະຕູຂຶ້ນເຮືອບິນ ແລະ ຊ່ວຍອະນາ​ໄມພາຍໃນສະໜາມບິນໄດ້.

ສະໜາມ​ບິນ​ສາກົນອິນຊອນ ອອກຖະແຫຼງການລະບຸວ່າ: ຖືເປັນຄັ້ງທໍາອິດທີ່ຈະມີການໃຫ້ຫຸ່ນຍົນຊ່ວຍບໍລິການໃນພື້ນທີ່ສາທາລະນະຂອງ ສ.ເກົາຫຼີ. ທັງນີ້ ສະໜາມ​ບິນ​ບໍ່​ໄດ້ຄາດຫວັງຈະໃຫ້ຫຸ່ນຍົນເຮັດວຽກແທນມະນຸດ ພຽງແຕ່ຕ້ອງການໃຫ້ເຂົ້າມາຊ່ວຍວຽກງານບາງສ່ວນ ໂດຍສະເພາະວຽກເວລາກາງຄືນ ແລະ ວຽກທີ່ໃຊ້ແຮງ ແລະ ກໍາລັງ. ນອກຈາກນີ້ ໃນອະນາຄົດ ສ.ເກົາຫຼີ ຍັງມີແຜນທີ່ຈະພັດທະນາຫຸ່ນຍົນລຸ້ນນີ້ໃຫ້ສາມາດເຊີບອາຫານ ແລະ ຊ່ວຍແບກ​ເຄື່ອງຂອງຜູ້ໂດຍສານ. ຫົວໜ້າວິສະວະກອນທີມວິໄຈຂອງບໍລິສັດແອລຈີ ກ່າວວ່າ: ພາຍໃນເດືອນນີ້ ຫຸ່ນຍົນ Troika  ຈະໄດ້ຮັບການພັດທະນາໃຫ້ສາມາດສື່ສານພາສາອັງ ກິດ, ເກົາຫຼີ, ຈີນ ແລະ ຍີ່ປຸ່ນໄດ້.

ສ.ເກົາຫຼີ ຄາດຫວັງວ່າ: ການໃຊ້ຫຸ່ນຍົນບໍລິການໃນສະໜາມບິນຈະເນັ້ນຊື່ສຽງຂອງປະເທດໃນຖານະຜູ້ນໍາດ້ານເຕັກໂນໂລຊີ ລະຫວ່າງຈັດການແຂ່ງຂັນກິລາໂອລິມປິກລະດູໜາວ ຢູ່​ເມືອງພະຢອງຊາງໃນປີໜ້າ.

- 4 - ສ.ເກົາຫຼີ ຈະໃຊ້ຫຸ່ນຍົນຄອຍໃຫ້ບໍລິການໃນສະໜາມບິນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!