ເປີດນຳໃຊ້ທີ່ພັກຫລົບໄພແຫ່ງໃໝ່ໃຫ້ແມ່ຍິງທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງຢູ່ແຂວງສະຫວັນນະເຂດ

ເປີດນຳໃຊ້ທີ່ພັກຫລົບໄພແຫ່ງໃໝ່ໃຫ້ແມ່ຍິງທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງຢູ່ແຂວງສະຫວັນນະເຂດ - 69 - ເປີດນຳໃຊ້ທີ່ພັກຫລົບໄພແຫ່ງໃໝ່ໃຫ້ແມ່ຍິງທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງຢູ່ແຂວງສະຫວັນນະເຂດ
ເປີດນຳໃຊ້ທີ່ພັກຫລົບໄພແຫ່ງໃໝ່ໃຫ້ແມ່ຍິງທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງຢູ່ແຂວງສະຫວັນນະເຂດ - kitchen vibe - ເປີດນຳໃຊ້ທີ່ພັກຫລົບໄພແຫ່ງໃໝ່ໃຫ້ແມ່ຍິງທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງຢູ່ແຂວງສະຫວັນນະເຂດ

ພິທີເປີດການນໍາໃຊ້ທີ່ພັກຫລົບໄພແຫ່ງໃໝ່ໃຫ້ແມ່ຍິງ ແລະ ເດັກຍິງຜູ້ລອດຊີວິດຈາກຄວາມຮຸນ ແຮງ ຢູ່ແຂວງສະຫວັນນະເຂດ, ໂດຍການສະໜັບສະໜູນຈາກສະຖານທູດອັງກິດປະຈໍາລາວ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA), ເຊິ່ງເປັນສ່ວນໜຶ່ງຂອງໂຄງການທີ່ຮ່ວມມືກັນ ເພື່ອແນໃສ່ “ສ້າງຄວາມເຂັ້ມແຂງໃນການປ້ອງກັນ ແລະ ຕອບໂຕ້ໃນໄລຍະການແຜ່ລະບາດ COVID-19”. ໄດ້ຈັດຂຶ້ນໃນວັນທີ 14 ທັນວານີ້ ຢູ່ແຂວງສະຫວັນນະເຂດ.

ປັດຈຸບັນ, ຢູ່ ສປປ ລາວ ມີທີ່ພັກຫລົບໄພດັ່ງກ່າວພຽງແຫ່ງດຽວ ທີ່ໃຫ້ບໍລິການໃນນະຄອນຫລວງວຽງຈັນ ເທົ່ານັ້ນ ແລະ ມີ “ເຮືອນເພື່ອນມິດ” (Women’s Friendly Spaces) ສອງແຫ່ງໃນເມືອງສະໜາມໄຊ, ແຂວງອັດຕະປື. ການເປີດທີ່ພັກແຫ່ງໃໝ່ນີ້ຈະຊ່ວຍເພີ່ມຂີດຄວາມສາມາດໃນການອໍານວຍຄວາມສະດວກສຳລັບຜູ້ຍິງທີ່ຖືກເຄາະຮ້າຍດັ່ງກ່າວ ຢູ່ແຂວງສະຫວັນນະເຂດ, ພ້ອມດຽວກັນກັບການສະໜອງການບໍລິການທີ່ຈໍາເປັນຄື: ການບໍລິການທາງດ້ານສັງຄົມ, ສຸຂະພາບ ແລະ ກົດໝາຍ, ເພື່ອຊຸກຍູ້ໃຫ້ແມ່ຍິງ ແລະ ເດັກຍິງຜູ້ລອດຊີວິດ ຊອກຫາການຊ່ວຍເຫລືອ ແລະ ອອກຈາກວົງຈອນຄວາມຮຸນແຮງພາຍໃນຄອບຄົວ ແລະ ສະຖານະການທີ່ຖືກຄຸກຄາມຕ່າງໆຫລາຍຂຶ້ນ.

ທ່ານ ນາງ ມາຣຽມ ເອຄານ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ໄດ້ກ່າວວ່າ: ການເຂົ້າເຖິງພື້ນທີ່ປອດໄພແມ່ນປັດໄຈສຳຄັນໃນການຕັດສິນໃຈຂອງແມ່ຍິງ ແລະ ເດັກຍິງທີ່ຈະອອກຈາກສະຖານະການຄວາມຮຸນແຮງ. ດັ່ງນັ້ນອົງການອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ມີຄວາມຍິນດີຢ່າງສູງທີ່ໄດ້ຮ່ວມມືນຳລັດຖະບານອັງກິດ , ສະຫະພັນແມ່ຍິງລາວເພື່ອໃຫ້ແຂວງສະຫວັນນະເຂດສາມາດສ້າງ ແລະ ຮັກສາທີ່ພັກອາໄສນີ້ໄດ້.

ເປີດນຳໃຊ້ທີ່ພັກຫລົບໄພແຫ່ງໃໝ່ໃຫ້ແມ່ຍິງທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງຢູ່ແຂວງສະຫວັນນະເຂດ - 4 - ເປີດນຳໃຊ້ທີ່ພັກຫລົບໄພແຫ່ງໃໝ່ໃຫ້ແມ່ຍິງທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງຢູ່ແຂວງສະຫວັນນະເຂດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!